ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີການຄ້າອາເມລິກາ ແລະ ສະພາດຳເນີນທຸລະກິດອາເມລິກາ - ອາຊຽນ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີການຄ້າອາເມລິກາ ແລະ ສະພາດຳເນີນທຸລະກິດອາເມລິກາ - ອາຊຽນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
​ຕ້ອນຮັບທ່ານນາງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ອາ​ເມລິ​ກາ
(ພາບ: TTXVN)


(vovworld) – ທີ່​ການ​ຕ້ອນຮັບທ່ານນາງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ອາ​ເມລິ​ກາ Penny Pritzker ​ໃນ​ຕອນ​ບ່າຍ​ວັນ​ທີ 02/06, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ 2 ປະ​ເທດ​ຫວຽດນາມ - ອາ​ເມ​ລິ​ກາ ຈະຍູ້​ແຮງການ​ປະຕິບັດ​ເນື້ອ​ໃນ​ຖະ​ແຫຼ​ງການ​ຮ່ວມ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ມີ​ບັນດາ​ຂໍ້​ຕົກລົງ​​​ຮ່ວມ​ມື​ດ້ານເສດຖະກິດ, ການ​ຄ້າ, ການ​ລົງທຶນ, ປະກອບສ່ວນ​ເຮັດ​ໃຫ້ການ​ພົ​ວພັນລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ, ​ເລິກ​ເຊິ່ງ, ກວ້າງຂວາງກວ່າ​ອີກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ, ​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ຂອງ​ພາກ​ພື້ນ​ອາຊີ - ປາຊີ​ຟິກ.

        ທ່ານນາງ​ລັດຖະມົນຕີ Penny Pritzker ຢືນຢັນ​ວ່າ ອາ​ເມ​ລິ​ກາ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ກວ່າ​ອີກ, ​ໃນ​ນັ້ນ​ມີ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ທ່ານນາງ​ລັດຖະມົນຕີ Penny Pritzker ຕີ​ລາຄາ​ສູງ​ລັດ​ຫວຽດນາມ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ ​ແລະ ມີ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ປັບປຸງ ​ແລະ ຮັບປະກັນ​ສະພາບ​ການ​ລົງທຶນ​ທີ່​ສະດວກ​ສະບາຍ, ມີ​ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ທີ່​ພວມ ​ແລະ ຈະ​ລົງທຶນ​ເຂົ້າ​ຫວຽດນາມ.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ພາຍຫຼັງ​ເຕື້ອງຄືນຫຼັກ​ໝັ້ນ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ​ອາ​ເມ​ລິ​ກາທີ່​ຄັດຄ້ານ​ການ​ກະທຳຕາມ​ລຳພັງ​ຝ່າຍ​ດຽວ ​ແລະ ມີ​ລັກສະນະ​ເກາະຜິດ​ຂອງ​ຈີນ ​ໃນ​ເລື່ອງ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ໄຮຢາງ 981 ​ເຂົ້າ​ເລິກ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ​ເຮັດ​​ໃຫ້​ສະພາ​ບການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງ​ທີ່​ສຸດ, ທ່ານນາງ​ລັດຖະມົນຕີ Penny Pritzker ສະ​ແດງ​ຄວາມ​ສະໜັບສະໜູນ​ຕໍ່ເລື່ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ວຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ