ປະທານປະເທດ ເຈືອງເຕີ້ນຊາງ ແລະ ບັນດາການນຳສາກົນຄວາມຕັດສິນໃຈນຳ TPP ເຂົ້າສູ່ການປະຕິບັດໂດຍໄວ

ປະທານປະເທດ ເຈືອງເຕີ້ນຊາງ ແລະ ບັນດາການນຳສາກົນຄວາມຕັດສິນໃຈນຳ TPP ເຂົ້າສູ່ການປະຕິບັດໂດຍໄວ - ảnh 1
ປະ​ທານ​ປະ​ເທດ​ ເຈືອງ​ເຕີ້ນ​ຊາງ ແລະ ບ​ັນ​ດາ​ການ​ນຳ​ສາ​ກົນ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ນຳ TPP ເຂົ້າ​ສູ່​ການ​ປະ​ຕິ​ບັດ​ໂດຍ​ໄວ


(vovworld)- ໃນ​ຂອບ​ເຂດ​ສັບ​ປະ​ດາ​ຂັນ​ສູງ APEC 2015 ຢູ່​ຟີ​ລິບ​ປິນ, ຕອນ​ບ່າຍ​ວັນ​ທີ 18/11, ກອງ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ບັນ​ດາ​ການ​ນຳ​ປະ​ເທດ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ຄັ້ງ​ທີ 6 ໄດ້​ດຳ​ເນີນ​ຢູ່​ມາ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ, ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ການ​ນຳ 12 ປະ​ເທດ​ສະ​ມາ​ຊິກ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ຕັດ​ສິນ​ໃຈ​ຮ່ວມ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທຸກໆ​ປະ​ເທດ​ສະ​ມາ​ຊິກເພື່ອ​ສຳ​ເລັດ​ສັນ​ຍາ TPP ຢ່າງ​ສຳ​ເລັດ​ຜົນ. ສ່ວນ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ຢືນ​ຢັນ​ວ່າ ການສຳ​ເລັດ​ສັນ​ຍາ TPP ຢ່າງ​ສຳ​ເລັດ​ຜົນ ເພ້ອມ​ກັບ​ການ​ສ້າງ​ຕັ້ງ​ປະ​ຊຳ​ຄົມ​ອາ​ຊຽນ ແມ່ນ​ບັນ​ດາຫຼັກ​ໝານ​ທີ່​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ, ຮ​່ວມ​ສຳ​ພັນ​ໃນ​ພາກ​ພື້ນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ທ່າ​ອຽງ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ຮ່ວມ​ສຳ​ພັນ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຊຶ່ງກວມ​ລວມ Apec ແລະ ທັງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ສະ​ເໜີ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ ແລະ ກັນ​ເພື່ອ​ຮັບ​ປະ​ກັ​ນ​ຈະ​ລົງ​ນາມ​,ແ ໃຫ້​ສັດ​ຕະ​ຍາ​ບັນ ແລະ ປະ​ຕິ​ບັດ​ສັນ​ຍາ TPP ຕາມ​ວິ​ວັດ​ທະ​ນາ​ການໂດຍ​ໄວ. ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ການ​ນ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ 12 ປະ​ເທດ​ສະ​ມາ​ຊິກ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ກ້າວ​ໄປ​ເຖິງການ​ລົງ​ນາມ​ສັນ​ຍາ, ໃຫ້​ສັດ​ຕະ​ຍາ​ບັນ​ຢູ່​ແຕ່​ລະ​ປະ​ເທດ​ເພື່ອ​ນຳສັນ​ຍາ TPP ເຂົ້າ​ສູ່​ການ​ປະ​ຕິ​ບັດ​ຕົວ​ຈິງ.
ຂ່າວ/ບົດ​ອື່ນ