ປະທານປະເທດພົບປະ ກັບອະດີດນັກໂທດ ປະຕິວັດ


ປະທານປະເທດພົບປະ ກັບອະດີດນັກໂທດ ປະຕິວັດ - ảnh 1
​(
ພາບ: vov )

(vovworld) –​​ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ນັກ​ໂທດ​ປະຕິວັດ​ຂອງ 10 ​ແຂວງ​ພາກ​ເໜືອລວມ 400 ທ່ານ​ໃນຕອນ​ເຊົ້າວັນ​ທີ 2/10, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ຄຸນງາມຄວາມດີ​ອັນ​ໃຫ່ຍຫຼວງ​ຂອງ​ບັນດາ​ນັກຮົບ​ປະຕິວັດ​ຜູ້​ຮັກ​ຊາດ ໄດ້​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ການ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ:

  “ໃນການຕໍ່ຕ້ານອັນຍິ່ງໃຫ່ຍຂອງຊາດ, ບັນດາພະນັກງານ, ນັກຮົບແລະ ຜູ້ຮັກຊາດໄດ້ຖືກສັດຕູຈັບຕົວຄຸມຂັງ, ຖືກທໍລະມານໃນລະບົບຄຸກ, ຄ້າຍຄຸມຂັງທີ່ຮ້າຍແຮງແຕ່ບັນດານັກກອມມູນິດໄດ້ປ່ຽນແຫ່ງນີ້ເປັນໂຮງຮຽນແຫ່ງການປະຕິວັດ, ຝຶກຝົນຫຼໍ່ຫຼອມເຈດຈຳນົງຕໍ່ສູ້. ການຕໍ່ສູ້ຢ່າງພິລາດອາດຫານຂອງບັນດານັກໂທດ​, ນັກປະຕິວັດຜູ້ຮັກຊາດລຸ້ນຕ່າງໆໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນພາລະກິດການປະຕິວັດອັນສະຫງ່າລາສີຂອງຊາດ“./.

ຂ່າວ/ບົດ​ອື່ນ