ປະທານປະເທດພົບປະສ້າງສັນຜູ້ແທນພະນັກງານຕຳຫຼວດຊ່ວຍໜູນສະໜາມຮົບພາກໃຕ້

ປະທານປະເທດພົບປະສ້າງສັນຜູ້ແທນພະນັກງານຕຳຫຼວດຊ່ວຍໜູນສະໜາມຮົບພາກໃຕ້ - ảnh 1

ປະທານ​ປະ​ເທດ​ພົບ​ປະ​ສ້າງສັນຜູ້​ແທນ​ພະນັກງານ​ຕຳຫຼວດ​ຊ່ວຍ​ໜູນ​ສະໜາມຮົບ​ພາກ​ໃຕ້

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 42 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975-30/4/2017) , 127 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່ (19/5/1890-19/5/2017). ຕອນ​ບ່າຍ​ວັນ​ທີ 27/4, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ການພົບ​ປະ​ສ້າງສັນກັບຜູ້​ແທນ​ຄະນະ​ຕິດ​ຕໍ່ພະນັກງານ​ຕຳຫຼວດ​ຊ່ວຍ​ໜູນ​ສະໜາມຮົບ​ພາກ​ໃຕ້​ໄລຍະ​ຕໍ່ຕ້ານ ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ 50 ຄົນ. ​ໂດຍ​ຮັບ​ຮູ້​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຂອງ​ຄະນະ​ຕິດ​ຕໍ່​ໃນ​ຕະຫຼອດ 20 ປີຜ່ານມາ, ທ່ານ ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມ​ຫວັງ​ວ່າບັນດາ ພະນັກງານ​ຕຳຫຼວດ​ຊ່ວຍ​ໜູນ​ສະໜາມຮົບ​ພາກ​ໃຕ້ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ການ​ສຶກສາ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ມູນ​ເຊື້ອ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ ​ແລະ ຂອງ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ລຸ້ນໜຸ່ມ; ​ເອົາ​ໃຈ​ໃສ່​ຕິດຕາມ, ປະກອບ​ຄວາມ​ເຫັນ​ເຂົ້າ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ສ້າງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ສວຍ​ງາມ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ​ກວ່າ.
ຂ່າວ/ບົດ​ອື່ນ