ປະທານປະເທດມອບຂໍ້ລົກລົງແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ

ປະທານປະເທດມອບຂໍ້ລົກລົງແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ - ảnh 1

ປະທານ​ປະ​ເທດ​ມອບ​ຂໍ້​ລົກ​ລົງ​ແຕ່​ງຕັ້ງ​ຜູ້​ພິພາກສາ​ສານ​ປະຊາຊົນ​ສູງ​ສຸດ
(ພາບ:TTXVN)

(vovworld) -  ຕອນ​ບ່າຍ​ວັນ​ທີ 31/7, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການປະຕິ​ຮູບ​ຕຸລາການ​ສູນ​ກາງ ​​ມອບ​ຂໍ້​ຕົກລົງ ​ແລະ ຊົມ​ເຊີຍ​ຜູ້​ພິພາກສາ 15 ຄົນ​ໄດ້​ຮັບ​ຖານະ​ຕຳ​ແໜ່​ງອັນ​ສູງ​ສົ່ງ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ນີ້​ແມ່ນ​ຄວາມ​ເປັນ​ກຽດ​ຢ່າງ​ຍິ່ງຂອງ​​ຜູ້​ພິພາກສາ​ແຕ່ລະຄົນ ​ແລະ ​ພ້ອມ​ກັນ ​ກໍ່ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ ​ທີ່​ໜັກ​ໜ່ວງທີ່​ສຸດ.

        ​​​​ໂດຍເນັ້ນ​ໜັດບົດບາດ​ຂອງ​ສະພາ​ຜູ້​ພິພາກສາ ​ແລະ ສານ​ປະຊາຊົນ​ສູງ​ສຸດ ດ້ວຍ​ບັນດາ​ຂໍ້​ກຳນົດ​​ໃນ​ລັດຖະທຳ​ມະນູ​ນ 2013, ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ມີ​ຄວາມ​ຫວັງ ​ແລະ ​ເຊື່ອ​ໜັ້ນຕໍ່ບັນດາ​ຜູ້​ພິສາກ​ສາຈະ​ມີ​ສະຕິ​ຄວາມ​ຮັບ​ຮູ້​ທີ່​ຕັ້ງ​ບົດ​ບາດ​ໃໝ່​ຂອງ​ສານ​ປະຊາຊົນກ່ຽວກັບ​ຄວາມ​ຮັບຜິດຊອບ ​ແລະ ສິດ​ອຳນາດ​ຂອງ​ຜູ້​ພິພາກສາ ​ແລະ ສະພາ​ຜູ້​ພິພາກສາ​ໃຫ້​ຄົບ​ຖ້ວນ ​ແລະ ​ເລິກ​ເຊິ່ງ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ຄວາມ​ຮຽກຮ້ອງ​ຕ້ອງ​ກັານທຳ​ອິດ​ສຳລັບ​ຜູ້​ພິພາກສາ​ແມ່ນຕ້ອງ​ເຄົາລົບ​ກົດໝາຍ, ມີ​ຈິດ​ໃຈ​ທ່ຽງທຳ, ມີ​ຄຸນ​ນະພາ​ບ ​ແລະ ມີ​ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ຊີບ.


ຂ່າວ/ບົດ​ອື່ນ