ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນລາວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຫວຽດນາມ

(VOVWORLD) - ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອວັດທະນະທຳມະນຸດ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ກິນໝາກຄິດຮອດຄຸນຜູ້ປູກ, 
ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນລາວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຫວຽດນາມ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ ໄດ້ພົບປະກັບຄະນະຜູ້ແທນບັນດາພົນລະເມືອງ ລາວ ທີ່ມີຄຸນງາມຄວາມດີການປະຕິວັດ ຫວຽດນາມ.

ຕອນບ່າຍວັນທີ 22 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ ໄດ້ພົບປະກັບຄະນະຜູ້ແທນບັນດາພົນລະເມືອງ ລາວ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວ່າງ ປາຖະໜາວ່າ ຄະນະເດີນທາງມາຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຈະສືບຕໍ່ມີບັນດາການປະກອບສ່ວນ, ໜູນຊ່ວຍໃຫ້ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຫຼາຍກວ່າອີກ.

ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນລາວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຫວຽດນາມ - ảnh 2 ທີ່ການຕ້ອນຮັບ

        ທ່ານປະທານປະເທດ ຕີລາຄາສູງເລື່ອງສະມາຄົມມິດຕະພາບສອງປະເທດຕັ້ງໜ້າຕອບສະໜອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ ດ້ວຍການເຄື່ອນໄຫວຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ແທດຈິງ ແລະ ມີປະສິດທິຜົນຄື: ບັນດາລາຍການພົບປະແລກປ່ຽນວັດທະນະທຳ, ສິລະປະ, ອາຫານການກິນ, ການເຄື່ອນໄຫວທ່ອງທ່ຽວ ແລະ ເພີ່ມທະວີການພົບປະແລກປ່ຽນຊາວໜຸ່ມ, ນັກສຶກສາ, ການພົບປະສົນທະນາ, ໂອ້ລົມກ່ຽວກັບມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ.

        ທ່ານປະທານປະເທດຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອວັດທະນະທຳມະນຸດ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ກິນໝາກຄິດຮອດຄຸນຜູ້ປູກ, ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນບັນດາການປະກອບສ່ວນອັນໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງພັກ, ລັດ, ປະຊາຊົນລາວບັນດາເຜົ່າທີ່ສະຫງວນໃຫ້ປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ