ປະທານປະເທດຫວຽດນາມເຈີນດ້າຍກວາງລົງອວຍພອນບຸນເຕັດຢູ່ຫາຍຟ່ອງ


ປະທານປະເທດຫວຽດນາມເຈີນດ້າຍກວາງລົງອວຍພອນບຸນເຕັດຢູ່ຫາຍຟ່ອງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ​ຢູ່ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ,

(vovworld)- ​ ວັນ​ທີ 18/1, ຢູ່​ນະ​ຄອນ​ຫາຍ​ຟ່ອງ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ​ຢູ່ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ, ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 3, ຕຳຫຼວດ​ນະ​ຄອນ​ຫາຍ​ຟ່ອງ, ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ໄປ​ຖະ​ຫວາຍ​ທູບ​ທຽນ ແລະ ປູກ​ຕົ້ນ​ໄມ້​ທີ່​ລະ​ນຶກ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ຈ່າງ​ເກັງ.

   ເມື່ອ​ໂອ້​ລົມ, ອວຍ​ພອນ​ບຸນ​ເຕັດ​ບັນ​ດາ​ພະ​ນັກ​ງານ​ນັກ​ຮົບ​ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງໄດ້​ຊີ້​ແຈ້ງວ່າ ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ​ໜ້າ​ທີ່, ເຫຼົ່​າທັບ​ເຮືອຍາມ​ໃດ​ກໍ​ຕ້ອງ​ຊ​າບ​ຊຶບ​ແນວ​ທາງ, ແຜນ​ນະ​ໂຍ​ບາ​ຍ​ຂອງ​ພັກ ແລະ ລັດ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ປັກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ, ກອງ​ທັບ​ເຮືອ​ຫວຽດ​ນາມ​ຕັ້ງ​ໜ້າ​ປ້ອງ​ກັນ​ການ​ເ​ຄື່ອນ​ໄຫວ​ເສດ​ຖະ​ກິດ​ທະ​ເລ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຢູ່​ຕາມ​ບໍ​ລິ​ເວນ​ທະ​ເລ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ, ສ້າງ​ເຂດ​ທະ​ເລ​ສັນ​ຕິ​ພາບ, ມິດ​ຕະ​ພາບ.
ຂ່າວ/ບົດ​ອື່ນ