ປະທານປະເທດເຈີ່ນດ້າຍກວາງ ເຮັດວຽກກັບການນຳແຂວງແທງຮ໋ວາ

ປະທານປະເທດເຈີ່ນດ້າຍກວາງ ເຮັດວຽກກັບການນຳແຂວງແທງຮ໋ວາ - ảnh 1
ປະທານປະເທດເຈີ່ນດ້າຍກວາງ ເຮັດວຽກກັບການນຳແຂວງແທງຮ໋ວາ
(ພາບ: TTXVN )

(vovworld) - ວັນ​ທີ 20/2, ໂດຍ​ສືບ​ຕໍ່​ການ​ປະ​ຕິ​ບັດ​ງານ​ຢູ່​ແຂວງ ແທງ​ຮ໋​ວາ, ທ່ານ​ປະ​ທານ​ປະ​ເທດ​ ເຈີ່ນ​ດ້າຍກວາງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ແທງ​ຮ໋​ວາ ກ່ຽວກ​ັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ, ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາ​ມ​ຫງົບ, ​ວຽກ​ງານກໍ່​ສ້າງ​ພັກ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ໃຫ້​ແຂວງ ແທງ​ຮ໋​ວາ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໃຫ້​ດີ​ກ່​ວາ​ອີກ, ລະ​ດົມ ແລະ ນຳ​ໃຊ​້​ບັນ​ດາ​ແຫຼ່ງ​ກຳ​ລັງ​ພາຍ​ໃນ ແລະ ນອກ​ແຂວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ໄວ, ຮອບ​ດ້ານ, ໝັ້​ນ​ຄົງ​ຍາວ​ນານ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ ແຂວງ ແທງ​ຮ໋​ວາ ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່​ງ​ຄົງ​ຄ້າງ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຍູ້​ແຮງ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ທັນ​ການ, ບຸ​ລິ​ມະ​ສິ​ດ​ແຫຼ່ງ​ກຳ​ລັງ​ເພື່ອ​ສຸ​ມ​ໃສ່​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ ງີ​ເຊ​ີນ ກາຍ​ເປັນ​ເຂດ​ເສ​ດ​ຖະ​ກິດ​ຈຸດ​ສຸມ​ຂອງ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ