ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ​້າຍກວາງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິ​ວ​ຢີ​ແລນ

(vovworld) - ​ຕອ​ນ​ເຊົ້າ​ວັນ​ທີ 11/1, ທີ່​ສຳ​ນັກ​ງານ​ປ​ະ​ທານ​ປະ​ເທດ, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​ຍືນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ເນື່ອງ​ໃນ​ໂອ​ກາດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ ຫວຽດ​ນາມ. ເມື່ອ​ຕ້ອນ​ຮັບ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ນີວ​ຢີ​ແລນນ Wendy Matthews, ທ່ານ​ປະ​ທານ​ປະ​ເທດ​ເຈີ່ນ​ດ້າຍກວາງ ສ​ະ​ເໜີ​ວ່າ ນິວ​ຢ​ີ​ແລນ ສະ​ເໜີ​ຮ່ວມ​ມື, ໜ​ູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ແບບຍ​ືນ​ຍົງ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຄຸ້ມ​ຄອງ​ຄວາ​ມ​ສ່ຽງ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ກົດໝາຍ​ບົນ​ທະ​ເລ.

        ເມື່ອ​ຕ້ອນ​ຮັບທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Timor – Leste Pascoela Barreto dos Santos, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຢັ້ງ​ຢືນ​ນະ​ໂຍ​ບາຍ​ຂອງ ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ Timor – Leste ໃນ​ຂອບ​ເຂດ​ການ​ຮ່ວມ​ມື 2 ຝ່າຍກໍ່​ຄືຫຼາຍ​ຝ່າຍ. ​

        ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ  ກົດ​ດີ​ວົ​ວ Dosso Adama, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​​ເຖິງ ບົດ​ບາດ​ສຳ​ຄັນ​ຂອງ ກົດ​ດີ​ວົ​ວ, ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ຢາກ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຍົກ​ສູງວົງ​ເງິນ​ສົ່ງ​ອອກ​ເຂົ້າ​ສານ​ຂອງ ຫວຽດ​ນາມ ເຖິງ ກົດ​ດີ​ວົວ ແລະ ສະ​ເໜີ​ໃຫ້​ລັດ​ຖະ​ບານ​ປະ​ເທດນີ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ເຂົ້າ​ສານ ຫວຽດ​ນາມ ໄດ້​ສົ່ງ​ອອກ​ໂດຍ​ກົງ​ເຖິງ ກົດ​ດີວ​ົວ.

        ໃນ​ການ​ຕ້ອນ​ຮັບ​ທ່າ​ນ​ເອ​ກ​ອັກ​ຄະ​ລັດ​ຖະ​ທ​ູດ ຣາ​​ວັນດາ Charles Kayonga, ທ່ານ​ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ກັບ​ບັນ​ດາ​ປະ​ເທດເພື່ອນ​ມິດ ອາບ​ຟ​ຣີ​ກາ ເປັນ​ສຳ​ຄັນ, ໃນ​ນັ້ນ​ມີ ຣາ​​ວັນດາ.

        ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ໂລ​ວາ​ກີ Janes Premoze, ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຫວັງ​ວ່າ 2 ຝ່າຍ​ຈະ​ປະ​ຕິ​ບັດ​ການ​​ເຈ​ລະ​ຈາສຳ​ເລັດ​ໂດຍ​ໄວ, ເຊັນ​ສັນ​ຍາຫຼີກ​ລ້ຽງ​ການ​ເກັບ​ພາ​ສ​ີ​ຊ້ອນ, ສັນ​ຍາ​ຮັບ​ຮູ້​ໃບ​ປະ​ກາດ, ​ສະ​ນິ​ຍາ​ບັດໃບ​ຢັ້ງ​ຢືນ ສ້າງກອບ​ກົດ​ໝາຍ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ໃນຫຼາ​ຍ​ຂົງ​ເຂດ.


ຂ່າວ/ບົດ​ອື່ນ