ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບລັດຖະມົນຕີການຕ່າງປະເທດແລະເອກອັກຄະລັດຖະທູດລາວ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບລັດຖະມົນຕີການຕ່າງປະເທດແລະເອກອັກຄະລັດຖະທູດລາວ - ảnh 1
ທ່ານ​ ​ເຈີ່ນ​ດ້າຍ​ກວາງ ​​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ
ການ​ຕ່າງປະ​ເທດ ລາວ ສະ​ເຫຼີ​ມ​ໄຊ ກົມມະ​ສິດ

(vovworld) – ​​ ​ ຕອນ​ບ່າຍ​ວັນ​ທີ 09/06 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ລາວ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ​ແລະ ​ທ່ານເອກ​ອັກຄະ​ລັດຖະທູດ ລາວ ປະ​ຈຳ ຫວຽດນາມ ທອງ​ສະຫວັນ ພົບ​ວິຫານ ​ເຂົ້າ​ຢ​້ຽມຂ່ຳນັບ.

        ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ລາວ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ທ່ານ​ປະທານ​ປະ​ເທດ​ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ຜົນສຳ​ເລັດ​ຂອງ​ບັນດາ​ການ​ຢ​້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​​ໃນ​ໄລ​ຍະ​ຜ່ານ​ມາ ​ໄດ້​ນ​ຳການ​ພົວພັນ 2 ພັກ, 2 ລັດ, 2 ລັດຖະບານ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ຊົມ​ເຊີຍ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຖື​ວ່າ: ບັນດາ​ເນື້ອ​ໃນ ​ແລະ ທິດ​ທາງຮ່ວມ​ມື​ຕ່າງໆ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະຊ່ວຍຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ​ກ່ວາ​ອີກ, ພິ​ເສດ​ແມ່ນ​​ໃນ​ສະພາບ​ການ ລາວ ພວມ​ຮັບບົດບາດ​ເປັນ​ປະທານ ອາ​ຊຽນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃຫ້​ຮູ້​ທ່ານຈະ​ໄປ​ຢ້ຽມຢາມ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ 6 ນີ້.

        ກ່ອນ​ໜ້າ​ນັ້ນ, ທີ່​ການ​ຕ້ອນຮັບ​ທ່ານ​​ເອກ​ອັກ​ຄະ​ລັດຖະທູດ ລາວ ທອງ​ສະຫວັນ ພົບ​ວິຫານ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບົດຮຽນ​ໃນ​ວຽກ​ງານການ​ຕ່າງປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ສຳ​ເລັດ​ໜ້າ​ທີ່​ປະຕິບັດ​ງານ​ຂອງ​ຕົນຢູ່ ຫວຽດນາມ ຢ່າງ​ດີ​ເດັ່ນ, ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​​ແບບ​ພິ​ເສດ ຫວຽດນາມ - ລາວ.

 


ຂ່າວ/ບົດ​ອື່ນ