ປະທານປະເທດເຈີ່ນດ້າຍກວາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

(VOVWORLD) -ຕອນເຊົ້າວັນທີ 19 ມິຖຸນາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ບັນດາສະມາຊິກສະພາແຫ່ງຊາດຫວຽດນາມຊຸດທີ 14, ຫົວໜ່ວຍເລືອກຕັ້ງເຂດ 1, ນະຄອນໂຮ່ຈີມິນ, ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1, ເມືອງ 3 ແລະ ເມືອງ 4, ລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 14.

ປະທານປະເທດເຈີ່ນດ້າຍກວາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ - ảnh 1 ການພົບປະກັບຜູ້ມີສິດເລືອກຢູ່ນະຄອນໂຮ່ຈີມິນ

(ພາບ:Viet Cuong/VOV)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດເຈີ່ນດ້າຍກວາງ ຊົມເຊີຍຜູ້ມີສິດເລືອກຕັ້ງ ທີ່ໄດ້ມີຄວາມເອົາໃຈໃສ່ຕິດຕາມການຜັນແປຂອງກອງປະຊຸມ, ກຳແໜ້ນບັນດາເນື້ອໃນທີ່ສະພາແຫ່ງຊາດໄດ້ນຳມາປຶກສາຫາລື; ມີຫຼາຍຄຳເຫັນປະກອບທີ່ຈິງໃຈ, ຊອບທຳ, ກົງເຂົ້າບັນຫາລະອຽດ, ແທດຈິງຂອງປະເທດ ແລະ ນະຄອນ, ກໍຄືການຊີ້ແຈ້ງບັນດາວຽກງານທີ່ປະຕິບັດໄດ້ດີ ແລະສິ່ງທີ່ຕ້ອງຖອດຖອນບົດຮຽນ.

                                                        ເມື່ອຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບຮ່າງກົດໝາຍຂອງຫົວໜ່ວຍປົກຄອງ - ເສດຖະກິດພິເສດ, ທ່ານປະທານປະເທດໃຫ້ຮູ້ວ່າ, ແຜນນະໂຍບາຍກໍ່ສ້າງບັນດາຫົວໜ່ວຍປົກຄອງ - ເສດຖະກິດພິເສດ ແມ່ນແຜນນະໂຍບາຍໃຫຍ່ຂອງພັກໃນຫຼາຍອາຍຸການຜ່ານມາ, ດ້ວຍເປົ້າໝາຍແມ່ນສ້າງລະບອບນະໂຍບາຍບຸກທະລຸ, ບຸລິມະສິດຢ່າງກະໂດດຂັ້ນ, ມີກຳລັງຄວາມສາມາດແກ້ງແຍ່ງຢ່າງພຽງພໍ ເພື່ອດຶງດູດນັກລົງທຶນໃນພາກພື້ນ ແລະ ສາກົນ, ສ້າງກຳລັງໜູນພັດທະນາໃຫ້ບັນດາເຂດພິເສດ, ແຜ່ຂະຫຍາຍໄປຍັງບັນດາເຂດເສດຖະກິດ ແລະ ທົ່ວປະເທດ, ປະກອບສ່ວນພັດທະນາເສດຖະກິດຂອງປະເທດຊາດຢ່າງວ່ອງໄວ, ຍືນຍົງຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງ. ເຖິງຢ່າງໃດກໍຕາມ, ນີ້ແມ່ນຮ່າງກົດໝາຍໃໝ່, ສັບສົນ, ຍັງບໍ່ເຄີຍມີມາກ່ອນ, ຫຼາຍຂໍ້ກຳນົດກ່ຽວກັບກົນໄກ, ນະໂຍບາຍໃນຮ່າງກົດໝາຍມີລັກສະນະບຸກທະລຸ ນັບທັງການຈັດຕັ້ງ ແລະ ທັດສະນະ, ການກຳນົດທິດພັດທະນາໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນ ນັບມື້ນັບໄດ້ຮັບການເປີດກວ້າງ ແລະສະພາບການສາກົນ, ພາກພື້ນພວມມີການຜັນແປຢ່າງສັບສົນ. ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີເນັດ, ທ່ານປະທານປະເທດໃຫ້ຮູ້ວ່າ ເມື່ອກົດໝາຍສະບັບນີ້ໄດ້ຮັບການຮັບຮອງເອົາ ຈະຊ່ວຍສະກັດກັ້ນ, ຕໍ່ສູ້, ເຮັດໃຫ້ບັນດາການກະທຳນຳໃຊ້ເຄືອຂ່າຍອິນເຕີເນັດ ທີ່ລ່ວງລະເມີດຄວາມສະຫລົບແຫ່ງຊາດ, ມ້າງທຳລາຍກຸ່ມ ກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ການຍຸແຍ່ການແຫ່ຂະບວນປະທ້ວງ ຂອງບັນດາກຳລັງທີ່ເປັນປໍລະປັກ ແລະ ປະຕິການປະລາໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ