ປະທານປະເທດເຈີນດ້າຍກວາງພົບປະເຍົາວະຊົນອະນຸຊົນຜ່ານຜ່າຄວາມຫຍຸ້ງຍາກບື່ນຕົວຂຶ້ນໃນການຮໍ່າຮຽນ

ປະທານປະເທດເຈີນດ້າຍກວາງພົບປະເຍົາວະຊົນອະນຸຊົນຜ່ານຜ່າຄວາມຫຍຸ້ງຍາກບື່ນຕົວຂຶ້ນໃນການຮໍ່າຮຽນ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ພົບ​ປະ​ກັບ​ຜູ້​ແທນ​ເດັກ​ນ້ອຍ
ທີ່​ປະ​ສົບ​ກັບ​ຄ​ວາມ​ຫຍຸ້ງ​ຍາກ​ພິ​ເສດ)

(vovworld) - ​ ​​​ເນື່ອງ​ໃ​ນ​ໂອ​ກາດ​ວັນ​ເດັກ​ສາ​ກົນ 01/06 ແລະ ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກ​ນ້ອຍ​ປີ 2016, ຕອນ​ເຊົ້າ​ວັ​ນ​ທີ 30/05, ຢູ່​ຮ່າ​ໂນ​້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ພົບ​ປະ​ກັບ​ຜູ້​ແທນ​ເດັກ​ນ້ອຍ 55 ​ຄົນ ທີ່​ປະ​ສົບ​ກັບ​ຄ​ວາມ​ຫຍຸ້ງ​ຍາກ​ພິ​ເສດ. ນີ້​ແມ່ນ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ, ຕາງ​ໜ້າ​ໃຫ້​ເດັກ​ນ້ອຍ​ໃນ​ທົ່​ວ​ປະ​ເທດ​ກ່ຽວ​ກັບ​ຈິ​ດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ບັນ​ລຸ​ຜົນ​ງານ​ສູງ​ໃນ​ການ​ຮ່ຳ​ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ນັ້ນ​ໜັກ​ວ່າ, ເລື່ອງ​ສົ່ງ​ເສີມ, ສຶກ​ສາ ແລະ ປົກ​ປ້ອງ​ເດັກ​ນ້ອຍ​ແມ່ນ​ບັນ​ຫາ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ກະ​ກຽມ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຮັບ​ໃຊ້​ໃຫ້​ແກ່​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ວ່າ.

        “ຕ້ອງ​ຕັ້ງ​ໜ້າ​ໂຄ​ສະ​ນາ, ເຜີຍ​ແຜ່, ສຶກ​ສາ​ດ້ານ​ກົດ​ໝາຍ, ຄວາມ​ຮູ້, ທັກ​ສະ​ກ່ຽວ​ກັບ​ການ​ສົ່ງ​ເສີມ, ສຶກ​ສາ ແລະ ປົກ​ປ້ອງ​ເດັກ​ນ້ອຍ. ສົມ​ທົບ​ກັນ​​ຢ່າງ​ແໜ້ນ​ແຟ້ນລະ​ຫວ່າງ​ໂຮງ​ຮຽນ, ຄອບ​ຄົວ ແລະ ສັງ​ຄົມ, ລະ​ຫວ່າງ​ບັນ​ດາ​ຄະ​ນະ, ຂະ​ແໜງ​ການ, ໝູ່​ຄະ​ນະ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ເດັກ​ນ້ອຍ ປີ 2016. ເອົາ​ໃຈ​ໃສ່​ກໍ່​ສ້າງ​ໂຮງ​ຮຽນ​ປອດ​ໄພ, ໃກ້​ຊິດ​ສະ​ໜິດ​ສະ​ໜົມ. ໃຫ​້​ບຸ​ລິ​ມະ​ສິດ​ແຫຼ່ງ​ເງິນ​ລົງ​ທຶນ​ບັນ​ດາ​ກິ​ດ​ຈະ​ກຳ​ໃຫ້​ເດັກ​ນ້ອຍ, ໂ​ດຍ​ສະ​ເພາະ​ແມ່ນ​ເດັກ​ນ້ອຍ​ເຂດ​ຊົນ​ເຜົ່າ​ຊ່ວ​ນ​ໜ້ອຍ, ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ”.

ຂ່າວ/ບົດ​ອື່ນ