ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມພະນັກງານ, ນັກຮົບກຳລັງປະກອບອາວຸດເງະອານ

ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມພະນັກງານ, ນັກຮົບກຳລັງປະກອບອາວຸດເງະອານ - ảnh 1
ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງຢ້ຽມຢາມ​ ກອງຮ້ອຍ 33

(vovworld) - ​ເນື່ອງ​ໃນ​ໂອກາດ​ເຮັດ​ວຽກ​ຢູ່​ແຂວງ ​ເງະ​ອານ, ວັນ​ທີ 30/4, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ​ ​ໄດ້ຢ້ຽມຢາມ​ກອງພັນທະ​ຫານ​ເຮືອ 2, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ ເງະ​ອານ ​ແລະ ກອງຮ້ອຍ 33 ​ເກາະ ງື. ນະ​ທີ່​ນີ້,   ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ເໜີ​ພະນັກງານ, ນັກຮົບ​ກອງຮ້ອຍ 33, ກອງພັນທະ​ຫານ​ເຮືອ 2 ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ການ​ກໍ່ສ້າງ​ພັກ, ກໍ່ສ້າງ​ກຳລັງ​ໃຫ້​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ. ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ຂອງ​ພະນັກງານ, ນັກຮົບ. ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າການ​ນຳ​ກອງ​ເສນາ​ທິການ​ທະຫານ​ເຂດ 4 ​ແລະ ຄະນະ​ພັກ​ການ​ທະຫານ​ສູນ​ກາງ ຈະ​ຄົ້ນ​ຄ້ວາ​ເພື່ອ​ມີ​ບັນດາ​ນະ​ໂຍບາຍ​ທີ່​ເໝາະ​ສົມ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫານັກຮົບ​ທີ່​ເສຍສະຫຼະ​ຊີວິດ​ຢູ​ເກາະ 14 ຄົນ ​ໃນ​ສະ​ໄໝ​ຕໍ່ຕ້ານ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ປົກ​ປັກ​ຮັກສາ​ເຂດ​ທ້ອງຟ້າ ​ແລະ ທະ​ເລ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ