ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມສູນປິ່ນປົວພະຍາດບຳລຸງສຸຂະພາບໃຫ້ທະຫານເສຍອົງຄະ

ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມສູນປິ່ນປົວພະຍາດບຳລຸງສຸຂະພາບໃຫ້ທະຫານເສຍອົງຄະ - ảnh 1
ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມສູນປິ່ນປົວພະຍາດບຳລຸງສຸຂະພາບໃຫ້ທະຫານເສຍອົງຄະ

(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ 2017, ຕອນ​ຄຳ່​ວັນ​ທີ 10/1, ທ່ານປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ​ ​ໄດ້​ລົງຢ້ຽມຢາ​ມ ​ແລະ ມອບ​ຂອງ​ຂັວນ​ໃຫ້​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ເຈັບ​ເປັນ ທີ່​ພວມ​ໄດ້​ຮັບ​ການ​ສົ່ງ​ເສີມ, ປິ່ນ​ປົວ​ພະຍາດ ​ແລະ ບຳລຸງ​ສຸຂະພາບ​ຢູ່ສູນ​ປິ່ນປົວ​ພະຍາດ​ບຳລຸງ​ສຸຂະພາບ​ໃຫ້​ທະຫານ​ເສຍ​ອົງຄະ ຍໍ​ກວານ (​ແຂວງ ນິງບິ່ງ). ທ່ານປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ​ໄດ້​ຢື້​ຢາມ​ຖາມ​ຂ່າວ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ, ກໍ່​ຄືສົ່ງ​ຄຳ​ອວຍພອນປີ​ໃໝ່​ເຖິງບັນດາທະຫານ​ເສຍ​ອົງຄະ, ນັກຮົບ​ເຈັບ​ເປັນ ທີ່​ພວມ​ໄດ້​ຮັບ​ການ​ສົ່ງ​ເສີມ, ປິ່ນ​ປົວ​ພະຍາດ ​ແລະ ບຳລຸງ​ສຸຂະພາບ​ຢູ່​ໃນສູນ​. ທ່ານປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ​ເລື່ອງ​ສົ່ງ​ເສີມ, ປິ່ນ​ປົວ​ພະຍາດ ​ແລະ ບຳລຸງ​ສຸຂະພາບ​ໃຫ້ທະຫານ​ເສຍ​ອົງຄະ, ນັກຮົບ​ເຈັບ​ເປັນ ​ແມ່ນ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ປະຊາຊົນ, ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ, ສິນ​ທຳ​ທີ່​ວ່າ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນຳ້“ ຂອງ​ຊາດ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ, ການ​ນຳ​ແຂວງ ນິງບິ່ງ ​ແລະ ​ເມືອງ ຍໍ​ກວານ ສືບ​ຕໍ່​ເອົາ​ໃຈ​ໃສ່​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສູນ​ປິ່ນປົວ​ພະຍາດ ​ແລະ​ບຳລຸງ​ສຸຂະພາບ​ນັບ​ມື້​ນັບ​ໃຫຍ່​ໂຕ​ສວຍ​ງາມ​ທາງ​ດ້ານ​ພື້ນຖານ​​ດ້ານ​ວັດຖຸ, ​ເພື່ອ​ໃຫ້ບັນດາ​ທະຫານ​ເສຍ​ອົງຄະ, ນັກຮົບ​ເຈັບ​ເປັນ​ໄດ້​ຮັບ​ການຊົມ​ໃຊ້​ເງື່ອນ​ໄຂ​ສົ່ງ​ເສີມ​ສຸຂະພາບ​ໄດ້​ດີກ​ວ່າ.

 

ຂ່າວ/ບົດ​ອື່ນ