ປະທານປະເທດເຈີ່ນດ້າຍກວາງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງສປປ.ລາວ

ປະທານປະເທດເຈີ່ນດ້າຍກວາງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງສປປ.ລາວ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ
ເຮັດວຽກກັບສະຖານກົງສູນໃຫຍ່ ຫວຽດນາມ ຢູ່ປາກເຊ

(vovworld) - ​ ​ຕອນ​ບ່າຍ​ວັນ​ທີ 14/06 ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເດີນທາງ​ອອກ​ຈາກ​ແຂວງ ຈຳປາ​ສັກ, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດຢ​ເຖິງ ສປປ.ລາວ, ​ເດີນທາງ​ຢ້ຽມຢາມ​ລາຊະ​ອານາ​ຈັກ ກຳປູ​ເຈຍ. ການ​ຢ້ຽມຢາມ​ທາງ​ລັດຖະກິດ​​​ເຖິງ ກຳປູ​ເຈຍ ຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 15 – 16 ຕາມ​ຄຳ​ເຊີນ​ຂອງພະ​ບາດ​ສົມ​ເດັດ​ພະ​ບໍລົມ​ມະ​ນຽດ Norodom Sihamoni.
ກ່ອນ​ທີ່​ເດີນ​ທາງ​ອອກ​ຈາກ ຈຳ​ປາ​ສັກ, ຕອ​ນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ພົບ​ປະ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ ສະ​ຖານ​ກົງ​ສູນ​ຫວຽດ​ນາມ ຢູ່ ປາກ​ເຊ ແລະ ຜູ້​ຕາງ​ຫນ້າ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ແຂວງ ຈຳ​ປາ​ສັກ. ທ່ານ​ປະ​ທານ​ປະ​ເທດ ໄດ້​ສະ​ເຫນີ​ບັນ​ດາ​ພະ​ນັກ​ງານ, ພາ​ລະ​ກອນ ສະ​ຖານ​ກົງ​ສູນ ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຂົວ​ຕໍ່​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ກັບ ແຂວງ ຈຳ​ປາ​ສັກ ແລະ ບັນ​ດາ​ແຂວງ ພາກ​ໃຕ້​ຂອງ​ລາວ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ ແລະ ຮັດ​ແຫນ້ນ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ຫວຽດ​ນາມ ລາວ.

ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 14/06 ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ພັນ​ລະ​ຍາ ​ໄປ​ຢ້ຽມຢາມ, ອວຍພອນ​ສຸຂະພາບ​ອະດີ​ດປະທານ​ພັກ​ປະຊາຊົນ​ປະຕິວັດ ລາວ, ອະດີ​ດ ປະທານປະ​ເທດ ສປປ. ລາວ ຄຳ​ໄຕ ສີ​ພັນ​ດອນ. ນະ​ທີ່​ນີ້ ທ່ານ ຄຳ​ໄຕ ສີ​ພັນ​ດອນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ລາວ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຂອງພັກ​ສຳ​ເລັດ​ຢ່າງ​ຈົບງາມ​ຢູ່​ແຕ່ລະ​ປະ​ເທດ, ຜ່ານ​ນັ້ນ ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ລ້ວນ​ແຕ່​ກຳນົດ​ທິດ ສືບ​ຕໍ່​ເອົາ​ໃຈ​ໃສ່​ປັບປຸງ ​ແລະ ພັດທະນາ, ສືບ​ທອດ​ໃຫ້​ບັນດາ​ລຸ້ນຫລັງ​ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິ​ມະ​ສິດ​ສູງ​ສຸດ​ໃຫ້​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ໜູນ​ຊ່ວຍ​ກັນ​ພັດທະນາ.

ຂ່າວ/ບົດ​ອື່ນ