ປະທານປະເທດເຈິ່ນດ້າຍກວາງເປັນປະທານວາລະປະຊຸມທີ 4 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ

(VOVWORLD) -ຕອນບ່າຍວັນທີ 15 ທັນວາ ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ( ຄະນະຊີ້ນຳ ) ໄດ້ຈັດຕັ້ງວາລະປະຊຸມທີ 4. ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງເປັນປະທານກອງປະຊຸມ.

ປະທານປະເທດເຈິ່ນດ້າຍກວາງເປັນປະທານວາລະປະຊຸມທີ 4 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ - ảnh 1 ທ່ານປະທານປະເທດເຈິ່ນດ້າຍກວາງເປັນປະທານວາລະປະຊຸມທີ 4 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ

(ພາບ: TTXVN)

ກ່າວຄຳເຫັນສະຫຼຸບວາລະປະຊຸມ, ສະຫຼຸບບັນດາໝາກຜົນການຜັນຂະຫຍາຍໜ້າທີ່ວຽກງານຂອງຄະນະຊີ້ນຳໃນປີ 2017, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ ຄະນະຊີ້ນຳໄດ້ປະຕິບັດແຜນນະໂຍບາຍ “ ສືບຕໍ່ຍູ້ແຮງການປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການ ” ຢ່າງເຂັ້ມງວດ ໂດຍກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຮັບຮອງເອົາ ແລະ ບັນດາເອກະສານຊີ້ນຳຂອງກົມການເມືອງ; ຊີ້ນຳ - ນຳພາບັນດາອົງການ, ສຳນັກງານທີ່ກ່ຽວຂ້ອງ ຜັນຂະຫຍາຍການປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການ ຖືກຕ້ອງຕາມພາລະບົດບາດ, ໜ້າທີ່ໄດ້ຮັບມອບໝາຍ.

        ກ່ຽວກັບລາຍການເຮັດວຽກຂອງຄະນະຊີ້ນຳ ປີ 2018, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີຄະນະຊີ້ນຳ ສືບຕໍ່ປະຕິບັດລະບອບການປະຊຸມ ປະຈຳໄລຍະ 3 ເດືອນເທື່ອໜຶ່ງ ຖືກຕາມຂໍ້ກຳນົດຂອງກົມການເມືອງ ແລະ ກົດລະບຽບການເຮັດວຽກຂອງຄະນະຊີ້ນຳ.

        ແຈ້ງໃຫ້ຮູ້ຄວາມເຫັນກ່ຽວກັບບົດລາຍງານ, ຂໍ້ສະເໜີ ຂອງຄະນະພັກສະມາຄົມນັກກົດໝາຍຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ ຄະນະຊີ້ນຳ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ ສະມາຄົມນັກກົດໝາຍຫວຽດນາມ ກັບ ໂຄງການພັດທະນາສະຫະປະຊາຊາດ ປະຈຳຫວຽດນາມ ກ່ຽວກັບການສຳຫຼວດດັດຊະນີຄວາມເປັນທຳ; ເຫັນດີເຫັນພ້ອມຕໍ່ທິດທາງສ້າງດັດຊະນີຕຸລາການ ທີ່ໄດ້ລະບຸໄວ້ຢູ່ໃນບົດລາຍງານຂອງຄະນະພັກສະມາຄົມນັກກົດໝາຍຫວຽດນາມໂດຍພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ