ປະທານປະເທດເຈືອງ ເຕິນຊາງໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ 7 ປະເທດມາຍື່ນສານຕາຕັ້ງ


ປະທານປະເທດເຈືອງ ເຕິນຊາງໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ 7 ປະເທດມາຍື່ນສານຕາຕັ້ງ - ảnh 1

(ພາບປະກອບ: TTXVN)

(vovworld) –​​​​ວັນ​ທີ 17/9, ຢູ່​ທຳນຽບປະທານ​ປະ​ເທດ, ທ່ານປະທານປະ​ເທດ​ເຈືອງ​ເຕິ​ນຊາງ​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ Sierra Leone, Iceland, Tunisian, Tazania, Guatemala, Grudia, Mali ​ມາ​ຍື່ນ​ສານ​ຕາຕັ້ງ.

  ​ໃນ​ການ​ຕ້ອນຮັບ​ທ່ານ​ເອກອັກຄະ​ລັດຖະທູດ​ປະ​ເທດ Sierra Leone, ທ່ານປະ ທານປະ​ເທດ​ເຈືອງ​ເຕິ​ນຊາງ ປາດ​ຖະໜາ​ວ່າ, Sierra Leone ຈະ​ສືບ​ຕໍ່​ສະໜັບສະໜູນ​ຫວຽດ​ນາມ ​ສະໝັກ​ຮັບ​ເລືອກ​ຕັ້ງ​​ເຂົ້າ​​ສະພາ​ເສດຖະກິດ​ສັງຄົມ ສປຊ ​ແລະ ສະມາຊິກ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ ອາຍຸ​ການ 2020-2021 ພ້ອມ​ທັງ​ຮັບຮອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຂອງ​ຫວຽດນາມ.

  ​ໃນ​ການ​ຕ້ອນຮັບ​ທ່ານ​ເອກອັກຄະ​ລັດຖະທູດ​ປະ​ເທດ Tunisian, ທ່ານປະ ທານປະ​ເທດ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພົວພັນ​ກັບ​ພາກ​ພື້ນ​ອາ​ຟຼິກກາ​ເປັນ​ສຳຄັນ, ​ໃນ​ນັ້ນມີ Tunisian.

    ​ໃນ​ການ​ຕ້ອນຮັບ​ທ່ານ​ເອກອັກຄະ​ລັດຖະທູດ​ປະ​ເທດ Mali, ທ່ານປະທານປະ​ເທດ​ເຈືອງ​ເຕິ​ນຊາງ ປາດ​ຖະໜາ​ວ່າ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກສາ​ການ​ຮ່ວມ​ມື, ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ​ທ່າ​ແຮງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ- Mali./.

ຂ່າວ/ບົດ​ອື່ນ