ປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະບໍລິຫານງານIPU

ປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະບໍລິຫານງານIPU - ảnh 1
ທ່ານ S.Chowdhury ແລະ ທ່ານ ເຈືອງ​ເຕີນ​ຊາງ
(ພາບ: TTXVN)

(vovworld) –  ​ຕອ​ນ​ຄ່ຳ​ວັນ​ທີ 28/3, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ (IPU) ໂດຍ​ທ່ານ S.Chowdhury, ປະ​ທານ IPU ນຳ​ໜ້າ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132 ຈັດ​ຕັ້ງ​ຢູ່ ຫວຽດ​ນາມ. ຕີ​ລາ​ຄາ​ສູງ​ເລື່ອງ IPU ເລືອກ​ເຟັ້ນ ຫວຽດ​ນາມ ແມ່ນ​ປະ​ເທ​ດ​ເຈົ້າ​ພາບ​ຈັດ​ຕັ້ງ IPU 132, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ໝາກ​ຜົນ​ບັນ​ລຸ​ໄດ້​ຢູ່ IPU 132 ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ສຳ​ລັບ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ, ເພື່ອ​ໂລກ​ແຫ່ງ​ສັນ​ຕິ​ພາບ​ ແລະ ພັດ​ທະ​ນາ. ທ່ານ​ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ​ວ່າ: ຖະ​ແຫຼງ​ການ​ຮ່າ​ໂນ້ຍ ໂດຍ IPU 132 ຝ​າກ​ເຖິງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຈະ​ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ຮັດ​ແຄບ​ຊ່ອງ​ຫວ່າງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.


ຂ່າວ/ບົດ​ອື່ນ