ປະທານປະເທດເຈືອງເຕີນຊາງອວຍພອນປີໃໝ່ກຳມະກອນຢູ່ນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີນຊາງອວຍພອນປີໃໝ່ກຳມະກອນຢູ່ນະຄອນໂຮ່ຈີມິນ - ảnh 1
ປະທານປະເທດເຈືອງເຕີນຊາງ ອວຍພອນປີໃໝ່ ກຳມະກອນນະຄອນ ໂຮ່ຈີມິນ
(ພາບປະກອບ)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 31/1 (ກົງກັນ​ວັນ​ທີ 1 ບຸນ​ເຕັດ), ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ກຳມະກອນ​ບໍລິສັດ​ຈຳກັດ​ເກີບ​ໜັງ ​ເຮວຟອງ, ​ເມືອງ ກໍ່​​ເວີ​ບ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຮັບ​ຟັງ ​ແລະ ​ໂອ້​ລົມ​ກັບ​ບັນດາກຳມະກອນ​ກ່ຽວ​ກັບ​​ບັນຫາຕ່າງໆ​ເຊິ່ງກຳມະກອນ​ມີ​ຄວາມ​ສົນ​ໃຈ​ຄື: ​ເງິນ​ເດືອນ, ​ເງິນ​ບຸນ​ເຕັດ, ຊີວິດ​ການ​ເປັນ​ຢູ່​ຂອງ​ກຳມະກອນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ ປີ 2014 ຈະ​ແມ່ນ​ປີ​ເປີດ​ອອກ​ບັນດາ​ຕະຫຼາດ​ໃຫຍ່​ຄື: ອາ​ເມ​ລິ​ກາ, ປະຊາ​ຄົມ 12 ປະ​ເທດ APEC, ສະຫະພາບ​ເອີ​ລົບ, ສະຫະພັນ ລັດ​ເຊຍ​.​..​ ນັ້ນ​ຈະ​ແມ່ນ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃຫ້​ແກ່​ບໍລິສັດ ​ເຮວ​ຟອງ ກໍ່​ຄື​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ:

    “​ໄລຍະ​ຈະ​ມາ​ເຖິງ, ຕະຫຼາດ ຫວຽດນາມ ​ໄດ້​ເປີດ​ປະຕູ ​ແລະ ​ເຂົາ​ເຈົ້າ​ກໍ່​ຈະ​ເປີດ​ປະຕູ​ໃຫ້​ແກ່ ຫວຽດນາມ. ຫວັງ​ວ່າ ພວກ​ເຮົາ​ຕ້ອງ​ກຳ​ແໜ້ນ​ກາລະ​ໂອກາດ​ ​ແຕ່​ກໍ່​ຕ້ອງ​ມີ​ລະມັດລະວັງຕໍ່​ການ​ທ້າ​ທາຍຕ່າງໆ ເພື່ອ​ນຳ​ປະ​ເທດ​ຊາດ​ພັດທະນາ​ກ່ວາ. ອວຍພອນ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ກຳມະກອນ, ຄະນະ​ການ​ນຳ​ໂຮງງານ, ອົງຄະ​ນະ​​ພັກ, ກຳມະບານ ປີ​ໃໝ່​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ”

    ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 31/1, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ກຳມະກອນ​ຢູ່​ຫໍຜັກ​ທີ່​ເຂດ​ຜະລິດ​ສົ່ງ​ອອກ ​ເຕີນ​ທ້ວນ, ​ເມືອງ 7.

 

ຂ່າວ/ບົດ​ອື່ນ