ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ80ປີແຫ່ງວັນມູນເຊື້ອທະຫານລາດປ້ອງກັນຕົວ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ80ປີແຫ່ງວັນມູນເຊື້ອທະຫານລາດປ້ອງກັນຕົວ - ảnh 1
ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ80ປີ
ແຫ່ງວັນມູນເຊື້ອທະຫານລາດປ້ອງກັນຕົວ
(ພາບ: Trọng Đức - TTXVN)

(vovworld) - ຕອ​ນ​ເຊົ້າ​ວັນ​ທີ 28/3, ຢູ່​ຮ່າ​ໂນ​້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ທະ​ຫານ​ລາດ​ປ​້ອງ​ກັນ​ຕົວ ຫວຽດ​ນາມ (28/3/1935 – 28/3/2015). ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊາງ ເຊື່ອ​ໝັ້ນ​ວ່າ: ທະ​ຫານ​ລາດປ້ອງ​ກັນ​ຕົວ ຫວຽດ​ນາມ ຈະ​ປະ​ຕິ​ບັດ​ສຳ​ເລັດ​ທຸກໆ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍຢ່າງ​ມີ​ໄຊ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອ​ງ​ພັກ, ລັດ ແລະ ປະ​ຊາ​ຊົນ. ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊາງ ໄດ້​ມອບຫຼຽນ​ໄຊ​ດາວ​​ຄຳໃຫ້​ທະ​ຫານ​ລາດ​ປ້ອງ​ກັນ​ຕົວ ຫວຽດ​ນາມ, ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ໃຫ້​ກົ​ມ​ທະ​ຫານ​ລາດປ້ອງ​ກັນ​ຕົວ.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 6 ຫ້ອງ​ການ​ການ​ຄ້າ ແລະ ອ​ຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI). ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊາງ, ຊີ້​ແຈ້ງວ່າ:

        “ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່​ເຕົ້າ​ໂຮມ, ຮ່ວມ​ສຳ​ພັນ​​ລະ​ຫວ່າງບັນ​ດາ​ວິ​ສາ​ຫະ​ກິດ ແລະ ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຍິ່ງ​ກ່​ວາ​ອີກ, ເປັນ​ເຈົ້າ​ການ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ອຳ​ນາດ​ການ​ປົກ​ຄອງ, ແນະ​ນຳ ແລະ ໜູນ​ຊ່ວຍ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ສ​້າງ​ຕັ້ງ ແລະ​ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຄວນ​ເພີ່ມ​ທະ​ວ​ີ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ, ເປັນ​ເສ​ນາ​ທິ​ການ, ສະ​ເໜີ​ຕໍ່​ພັກ, ລັດ​ກ່ຽວ​ກັບ​ທັດ​ສະ​ນະ, ກົນ​ໄກ, ນະ​ໂຍບ​າຍ​ສ້າງ​ສາ ແລະ ພັດ​ທະ​ນາ​ບັນ​ດາ​ວິ​ສາ​ຫະ​ກິດ, ກໍ່​ຄື​ສຸມ​ໃສ່​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ຮ່າງ​ເອ​ກະ​ສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ກ່ຽວກ​ັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ເສດ​ຖະ​ກິດ, ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ”


ຂ່າວ/ບົດ​ອື່ນ