ປະທານປະເທດໂຕນດຶກທັ້ງ-ແບບຢ່າງຄຸນສົມບັດທີ່ໃສແຈ້ງຂອງການປະຕິວັດຫວຽດນາມ

(VOVWORLD) -ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານປະເທດໂຕນດຶກທັ້ງ ວັນທີ 20ສິງຫາປີ 1888- ວັນທີ 20 ສິງຫາ ປີ 2018) , ໃນວັນທີ 18 ສິງຫາ , ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ມີບົດຂຽນດ້ວຍຫົວຂໍ້ : “ທ່ານປະທານປະເທດໂຕນດຶກທັ້ງ-ຜູ້ນຳທີ່ເປັນແບບຢ່າງ, ນັກກອມມູນິດທີ່ອົງອາດກ້າແກ່ນ, ເປັນແບບຢ່າງຄຸນສົມບັດທີ່ໃສແຈ້ງຂອງການປະຕິວັດຫວຽດນາມ ”
ປະທານປະເທດໂຕນດຶກທັ້ງ-ແບບຢ່າງຄຸນສົມບັດທີ່ໃສແຈ້ງຂອງການປະຕິວັດຫວຽດນາມ - ảnh 1 ປະທານປະເທດໂຕນດຶກທັ້ງ

ບົດຂຽນໄດ້ທົບທວນຄືນບັນດາຫຼັກໝາຍຕົ້ນຕໍໃນຊີວິດ ແລະ ພາລະກິດຂອງ ທ່ານປະທານປະເທດໂຕນດຶກທັ້ງ, ນັບແຕ່ຊຸມເດືອນປີທີ່ເປັນໄວໜຸ່ມຕະຫຼອດເວລາທີ່ເພິ່ນໄດ້ກາຍເປັນຜູ້ນຳຂອງລັດ. ທ່ານປະທານປະເທດໂຕນດຶກທັ້ງໄດ້ມີຄຸນງາມຄວາມດີ, ການປະກອບສ່ວນຢ່າງໃຫຍ່ຫຼວງ, ປະກອບສ່ວນພ້ອມກັບສູນກາງພັກ, ສະພາແຫ່ງຊາດ, ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ນຳພາທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຍາດໄດ້ບັນດາໄຊຊະນະໃນການຕໍ່ຕ້ານຕ້ານລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ແລະ ກໍໃນດຽວກັນຢູ່ນະຄອນໂຮ່ຈິມິນ ກໍໄດ້ຈັດກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ : “  ທ່ານປະທານປະເທດໂຕນດຶກທັ້ງກັບຊົນຊັ້ນກຳມະກອນ ແລະ ກຳມະບານຫວຽດນາມ ”ຂຶ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ