ປະທານຜູ້ປະຈຳການສະພາສູງອາເມລິກາສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ

ປະທານຜູ້ປະຈຳການສະພາສູງອາເມລິກາສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ - ảnh 1
ປະທານ​ຜູ້​ປະຈຳການ​ສະພາ​ສູງ Patrick Leahy ຢ້ຽຢາມວິຫານ ງອກເຊີນ
(ພາບ: Phương Hoa/TTXVN)

(vovworld) – ວັນ​ທີ 20/4, ຄະນະສະມາ​ຊິກສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໂດຍ ປະທານ​ຜູ້​ປະຈຳການ​ສະພາ​ສູງ Patrick Leahy ​ໄດ້​ເດີນທາງ​ອອກ​ຈາກ ດ່າ​ໜັງ, ສິ້ນສຸດ​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 16/4 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ.

    ​ເມື່ອຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຮ່າ​ໂນ້ຍ ​ແຕ່​ວັນ​ທີ 17 – 18/4/2014, ຄະນະ​ໄດ້​ເຈລະຈາ​ກັບ​ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ​ເຂົ້າ​ຢ້ຽມ​ຂຳ່ນັບທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ພົບ​ປະ​ກັບ​ທ່ານ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຟຸ່ງກວາງ​ແທງ. ​ໃນ​ການ​ພົບ​ປະ​ກັບ​ຄະນະ, ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ ຫວຽດນາມ ຢືນຢັນ: ຖື ອາ​ເມ​ລິ​ກາ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ, ປາດ​ຖະໜາ​ຢາກ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ໃນ​ທຸກ​ລະດັບ, ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ  ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກັບ ຫວຽດນາມ ​ໃນ​ບັນດາ​ຂອບ​ເຂດ ​ແລະ ຂົງ​ເຂດ​ທີ່​ມີ​ຢູ່​ແລ້ວ, ສືບ​ຕໍ່​ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມື​ກັບ ຫວຽດນາມ ​ເພື່ອ​ແກ້​ໄຂ​ບັນດາ​ຮຳ່ບາດ​ແຜ​ສົງຄາມຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ການ​ພົວພັນ​ກັບ 2 ສະພາ​ແຫ່ງ​ຊາດ, ການ​ນຳ​ຂັ້ນ​ສູງ ຫວຽດນາມ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ 2 ປະ​ເທດ​​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ ​ເພື່ອ​ໃຫ້ ອາ​ເມ​ລິ​ກາ ຮັບຮອງ ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາ​ດ​ໂດຍ​ໄວ, ​ເຈລະຈາ ​ແລະ ​ໃຫ້​ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ ປາຊີ​ຟິກ (TPP) ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ຝ່າຍ, ພ້ອມ​ທັງ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ສະຫງວນ​ງົບປະມານ​ເໝາະ​ສົມ​​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ມະນຸດສະທຳ​ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ