ປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ ຕ້ອນຮັບ ພະມະຫາອາຈານ ພົງສາມະເລິກ

ປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ ຕ້ອນຮັບ ພະມະຫາອາຈານ ພົງສາມະເລິກ - ảnh 1
(ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນ​ທ້ຽນ​ເຍິນ
ຕ້ອນຮັບພະມະຫາອາຈານ ພົງສາມະເລິກ)

(vovworld) - ຕອນ​ບ່າຍ​ວັນ​ທີ 5/9, ທ່ານ ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ​ ​ໄດ້​ໃຫ້ການຕ້ອນຮັບ​ພະ​ມະຫາ​ອາຈານ ພົງສາ​ມະ​ເລີກ. ປະທານ​ສູນ​ກາງ​ສະຫະພັນ​ພຸດ​ທະ​ສາສະໜາ​ລາວ. ທີ່​ການ​ຕ້ອນຮັບ, ທ່ານ ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ຢືນຢັນ​ວ່າ ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຖື​ການ​ຢ້ຽມຢາມ​ຂອງ​ພະ​ມະຫາ​ອາຈານ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ​ແລະ ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອສາມັກຄີ, ມິດຕະພາບ, ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ເປັນ​ພິ​ເສດລະຫວ່າງ​ສອງ​ປະ​ເທດ​ອ້າຍ​ນ້ອງ​ຫວຽດນາມ - ລາວ ຢ່າງ​ມີ​ຊີວິດ​ຊີວາ. ທ່ານ​​ໃຫ້​ຮູ້​ວ່າ, ​ໃນ​ຊຸມ​ປີຜ່ານມາ, ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ສົມທົບ ​ແລະ ການ​ຊ່ວຍ​ເຫຼືອຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ພຸດທະ​ສາສະໜາ​ຫວຽດນາມ ​ນັບ​ມື້​ນັບ​ພັດທະນາ​ໃນ​ທຸກ​ດ້ານ. ທ່ານ ຫງວຽນ​ທ້ຽນ​ເຍິນ ກໍ່​ໄດ້​ຢືນຢັນ​ວ່າ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້​ນ​ແຟ້ນ ກັບ​ແນວ​ລາວ​ສ້າງ​ຊາດ, ​ໃນ​ນັ້ນ​ມີ​ສະມາຄົມ​ພຸດທະ​ສາສະໜາ​ລາວ.

ຂ່າວ/ບົດ​ອື່ນ