ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ລົງຢ້ຽມຢາມ, ອວຍພອນ ວັນບຸນຄຼິດສມາດ ຄ.ສ. 2018

(VOVWORLD) -ວັນທີ 12 ທັນວາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ລົງຢ້ຽມຢາມ, ອວຍພອນ ເຂດຊາວຄຼິດຮ່າໂນ້ຍ ແລະ ສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ) ເນື່ອງໃນໂອກາດວັນບຸນຄຼິດສມາດ ຄ.ສ. 2018
ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ລົງຢ້ຽມຢາມ, ອວຍພອນ ວັນບຸນຄຼິດສມາດ ຄ.ສ. 2018 - ảnh 1 ທ່ານປະທານສູນກາງແນວໂຮມປະເທດຊາດເຈີນແທງເມີ້ນ ຈັບມືອວຍພອນພະຄາດີນັນ, ຫົວໜ້າສັງຄະລາດ ເຟໂຣ ຫງວຽນວັນເຍີນ

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ອວຍພອນພະຄາດີນັນ, ຫົວໜ້າສັງຄະລາດ ເຟໂຣ ຫງວຽນວັນເຍີນ, ຫົວໜ້າສັງຄະລາດ ຫົວໜ້າເຂດຊາວຄຼິດຮ່າໂນ້ຍ ແລະ ບາດຫຼວງ ຫງວຽນຮື້ຍໝາກ ສັງກັດ ສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ) ແລະ ບັນດາຄຸນພໍ່, ນັກບວດຍິງ-ຊາຍ, ພໍ່ແມ່ພີນ້ອງຊາວຄຼິດ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດຫຼ້ອນໜ້າທີ່ເປັນຜູ້ນຳເຂດຊາວຄຼິດ, ຊັກຈູງບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດ ແລະ ພໍ່ແມ່ພີນ້ອງຊາວຄຼິດພາຍໃນເຂດ ມີຄວາມຜູ້ພັນຕໍ່ກັນ, ຮ່ວມເດີນທາງໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ