ປະທານສະພາທິດສະດີສູນກາງ ຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາວິທະຍາສາດສັງຄົມແຫ່ງຊາດລາວ

(VOVWORLD) - ການຢ້ຽມຢາມຄັ້ງນີ້ຂອງຄະນະໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ສະພາ ກໍ່ຄືການພົວພັນລະຫວ່າງ ສອງພັກ, ສອງລັດ...

ປະທານສະພາທິດສະດີສູນກາງ ຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາວິທະຍາສາດສັງຄົມແຫ່ງຊາດລາວ - ảnh 1 ການຕ້ອນຮັບໄດ້ຮັບການຈັດຕັ້ງໃນຕອນເຊົ້າວັນທີ 5 ພະຈິກ

(ພາບ:Phương Hoa/TTXVN)

ຕອນເຊົ້າວັນທີ 5 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຊວນຖັ໊ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນສະພາວິທະຍາສາດ ສັງຄົມແຫ່ງຊາດ ລາວ ໂດຍທ່ານ ນາມ ວິຍາເກດ, ຮອງປະທານສະພາມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານ ຫງວຽນຊວນຖັ໊ງ ຖືວ່າ: ການຢ້ຽມຢາມຄັ້ງນີ້ຂອງຄະນະໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ສະພາ ກໍ່ຄືການພົວພັນລະຫວ່າງ ສອງພັກ, ສອງລັດ; ຂໍສະແດງຄວາມຂອບອົບຂອບໃຈການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າເຊິ່ງພັກ, ລັດ ແລະ ປະຊາຊົນລາວ ສະຫງວນໃຫ້ແກ່ ຫວຽດນາມ ນັບແຕ່ກ່ອນມາ. ທ່ານ ຫງວຽນຊວນຖັ໊ງ ຫວັງວ່າ ໃນໄລຍະຈະມາເຖິງ, ສະພາວິທະຍາສາດສັງຄົມ ແຫ່ງຊາດ ລາວ ສືບຕໍ່ຮ່ວມມືກັບສະພາທິດສະດີສູນກາງ ຫວຽດນາມ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງກອງປະຊຸມສຳມະນາທິດສະດີຄັ້ງທີ 7 ລະຫວ່າງ ສອງພັກ, ສອງລັດ ກ່ຽວກັບວຽກງານແນວຄິດ, ທິດສະດີ, ປະກອບສ່ວນຕັ້ງໜ້າເຂົ້າໃນການເປັນເສນາທິການໃຫ້ແກ່ສອງພັກ, ສອງລັດ ກ່ຽວກັບວຽກງານແນວຄິດ, ທິດສະດີ, ປະກອບສ່ວນຕັ້ງໜ້າເຂົ້າໃນການກະກຽມເອກະສານໃຫ້ແກ່ກອງປະຊຸມໃຫຍ່ຂອງແຕ່ລະພັກ, ກຳນົດທິດທາງການພັດທະນາຂອງສອງພັກ, ສອງລັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ