ປະທານສະພາທຸລະກິດ ອາເມລິກາ - ອາຊຽນ: ນະໂຍບາຍດຶງດູດນັກລົງທຶນຂອງຫວຽດນາມ ມີປະສິດທິຜົນ

(VOVWORLD) -ຫວຽດນາມ ມຸ່ງໄປສູ່ການປົວແປງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຕາມທິດແທດຈິງ.
ປະທານສະພາທຸລະກິດ ອາເມລິກາ - ອາຊຽນ: ນະໂຍບາຍດຶງດູດນັກລົງທຶນຂອງຫວຽດນາມ ມີປະສິດທິຜົນ - ảnh 1ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ (ພາບ: TTXVN)

ໂດຍສືບຕໍ່ລາຍການໄປປະຕິບັດງານຢູ່ ອາເມລິກາ, ຕອນບ່າຍວັນທີ 11 ເມສາ ຕາມເວລາທ້ອງຖິ່ນ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານ Alexander C.Feldman, ປະທານ ທັງເປັນ ຜູ້ອໍານວຍການໃຫຍ່ຝ່າຍບໍລິຫານສະພາທຸລະກິດ ອາເມລິກາ - ອາຊຽນ (USABC) ແລະ ເຂົ້າຮ່ວມກອງປະຊຸມໂຕະມົນ ກັບບັນດາວິສາຫະກິດຂອງ USABC. ທີ່ການເຮັດວຽກ, ທ່ານ Feldman ຢັ້ງຢືນວ່າ USABC ຈະສືບຕໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ ແລະ ມີຄວາມສົນໃຈທີ່ສຸດເຖິງບົດບາດຂອງຫວຽດນາມ ເມື່ອເປັນປະທານ ອາຊຽນ ໃນປີ 2020 ແລະ ປາດຖະໜາຢາກປະກອບສ່ວນເຂົ້າໃນຜົນສໍາເລັດຂອງຫວຽດນາມ ດ້ວຍຖານະບົດບາດດັ່ງກ່າວ.

        ກ່າວຄໍາເຫັນທີີ່ກອງປະຊຸມປຶກສາຫາລືໂຕະມົນ, ທ່ານ ມາຍຕ໊ຽນຢຸງ  ຢັ້ງຢືນວ່າ ຫວຽດນາມ ມຸ່ງໄປສູ່ການປົວແປງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຕາມທິດແທດຈິງ. ພ້ອມທັງຊົມເຊີຍບັນດາວິສາຫະກິດໃຫຍ່ແຖວໜ້າຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງຂະແໜງພະລັງງານ ທີ່ໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການລົງທຶນຢູ່ຫວຽດນາມ ແລະໃຫ້ຮູ້ວ່າ ໃນໄລຍະປັດຈຸບັນ, ບັນຫາສະໜອງພະລັງງານ ໃຫ້ແກ່ປະເທດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ຄວນມີມາດຕະການຫຼາຍຢ່າງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ