ປະທານສະພານິຕິບັນຍັດແຫ່ງຊາດ ໄທ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -ວັນທີ 16 ສິງຫາ, ຄະນະຜູ້ແທນຂັ້ນສູງ ສະພານິຕິບັນຍັດແຫ່ງຊາດ ລາດຊະອານາຈັກໄທ ນຳໂດຍ ທ່ານ ພອນເພັດ ວິຈິດຈົນໃຈ, ປະທານສະພານິຕິບັນຍັດແຫ່ງຊາດ ລາດຊະອານາຈັກໄທ ແລະ ພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ

ປະທານສະພານິຕິບັນຍັດແຫ່ງຊາດ ໄທ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ປະທານສະພານິຕິບັນຍັດແຫ່ງຊາດ ໄທ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(ພາບ: TTXVN)

ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 13 – 16 ສິງຫາ ດ້ວຍໝາກຜົນອັນຈົບງາມ, ຕາມຄຳເຊີນຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. ໃນຂອບເຂດການຢ້ຽມຢາມ, ທີ່ບັນດາການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ບັນດາອົງການວິຊາສະເພາະ ຂອງສອງອົງການນິຕິບັນຍັດຈະຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ ລະຫວ່າງສອງລັດຖະບານ ຢ່າງເປັນປະຈຳ, ບັນດາຄະນະຜູ້ແທນສະພາແຫ່ງຊາດສອງປະເທດໄດ້ແບ່ງປັນທັດສະນະ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ ຢ່າງເປັນປະຈຳ, ສອງຝ່າຍແລກປ່ຽນກ່ຽວກັບວຽກຊຸກຍູ້ການເຊັນບົດບັນທຶກຊ່ວຍຈຳໃໝ່ກ່ຽວກັບການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະ ໄທໂດຍໄວ; ຊຸກຍູ້ເລື່ອງລົງນາມໃນຂໍ້ຕົກລົງວ່າດ້ວຍ “ການສ້າງຕັ້ງໂທລະສັບສາຍດ່ວນໃນການເຄື່ອນໄຫວກ່ຽວກັບອາຊີບຫາປາຢູ່ທະເລ”

ຕອບກັບ

ຂ່າວ/ບົດ​ອື່ນ