ປະທານສະພາສູງ ອົດສະຕາລີ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -  ວັນທີ 23 ມັງກອນ, ຄະນະຜູ້ແທນຂັ້ນສູງສະພາສູງ ອົດສະຕາລີ ໂດຍທ່ານ Scott Ryan, ປະທານສະພາສູງ ອົດສະຕາລີ ນຳໜ້າ ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາສູງ ອົດສະຕາລີ Scott Ryan ໄດ້ພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ; ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ຕອບກັບ

ຂ່າວ/ບົດ​ອື່ນ