ປະທານສະພາສູງສະຫະພັນລັດເຊຍຢ້ຽມຢາມລາວ

ປະທານສະພາສູງສະຫະພັນລັດເຊຍຢ້ຽມຢາມລາວ - ảnh 1
ທ່ານ​​ນາງ Valentina Ivanovna Matviyenk ແລະ ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້
(ພາບ: Hoàng Chương/Vietnam+)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສະ​ພາ​ແຫ່ງ​ຊາດ ລາວ, ຄະ​ນະ​ຜູ້​ແທນ​ສະ​ພາ​ສູງ​ສະ​ຫະ​ພັນ​ລັດ​ເຊຍ ໂດຍ​ທ່ານ​​ນາງປະ​ທານ Valentina Ivanovna Matviyenk ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ມາຢ້ຽມ​ຢາມ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 19 – 20/9. ຕອນ​ເຊົ້​າ​ວັນ​ທີ 20/9, ຄະ​ນະ​ໄດ້ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ລາວ ໂດຍ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ປາ​ນີ ຢາ​ທໍ່​ຕູ້ ນຳ​ໜ້າ.

        ທີ່​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດປະ​ເທດ​ເຈົ້າ​ພາບ ປາ​ນີ​ ຢາ​ທໍ​່ຕູ້ ສະ​ໜັບ​ສະ​ໜູນ​ຢ່າງ​ແຮງນະ​ໂຍ​ບາຍ​ຖືກ​ຕ້ອງ, ​ມີໄຫວ​ພິບ​ຂອງ​ລັດ​ຖະ​ບານ​ລັດ​ເຊຍ ໃນ​ການ​ນຳ​ປະ​ເທດ ແລະ ປະ​ຊາ​ຊົນ ລັດ​ເຊຍ ຜ່ານ​ຜ່າ​ທຸກໆ​ຮົ້ວ​ກີດ​ຂວາງ, ສິ່ງ​ທ້າ​ທາຍ​ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນກໍ່​ຄື​ໃນ​ໂລກ. ທ່ານ​ນາງ​ປະ​ທານ​ສະ​ພາ​ສູງ ລັດ​ເຊຍ Matviyenk ຢືນ​ຢັນ​ວ່າ: ລັ​ດ​ເຊຍ​ຈະ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່​ລາວ ໃນຫຼາຍ​ຂົງ​ເຂດ​ເຊິ່ງ​ທັງ 2 ຝ່າຍ​ມີ​ທ່າ​ແຮງ. ກໍ່​ທີ່​ການ​ເຈ​ລະ​ຈານີ້, ການ​ນຳ​ທັງ 2 ​ໄດ້​ແລກ​ປ່ຽນ​ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ, ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດ 2 ປະ​ເທດ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງ​ຄົມ​ດ້ວຍ​ກົດ​ໝາຍ.



ຂ່າວ/ບົດ​ອື່ນ