ປະທານສະພາສະຫະພັນລັດເຊຍສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ປະທານສະພາສະຫະພັນລັດເຊຍສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
ທ່ານ​ນາງ Valentina Ivanovna Matvienko, ປະ​ທານ​ສະ​ພາ​ສະ​ຫະ​ພັນ​ລັດ​ເຊຍ ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
 ຫງວຽນ​ທິ​ກີມ​ເງິນ

(vovworld)- ຕອນ​ບ່າຍ​ວັນ​ທີ 22/2, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ສະ​ຫະ​ພັນ​ລັດ​ເຊຍ, ສະ​ພາ​ແຫ່ງ​ຊາດ​ລັດ​ເຊຍ ໂດຍ​ທ່ານ​ນາງ Valentina Ivanovna Matvienko, ປະ​ທານ​ສະ​ພາ​ສະ​ຫະ​ພັນ​ລັດ​ເຊຍ ນຳ​ຫນ້າ ໄດ້​ກັບ​ຄືນ​ເມືອ​ປະ​ເທດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຢ່າງ​ຈົບ​ງາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິກ​ີມ​ເງິນ. ໃນ​ໄລ​ຍະ​ຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 20-22/2/2017, ປະ​ທານ​ສະ​ພາ​ສະ​ຫະ​ພັນ​ລັດ​ເຊຍ, ສະ​ພາ​ແຫ່ງ​ຊາດ​ລັດ​ເຊຍ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ, ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິກ​ີມ​ເງິນ ແລະ ປະ​ທານ​ສະ​ພາ​ສະ​ຫ​ະ​ພັນ​ລັດ​ເຊຍ, ສະ​ພາ​ແຫ່ງ​ຊາດ​ລັດ​ເຊຍ ໄດ້​ເປ​ັນ​ປະ​ທານ​ການ​ເຈ​ລະ​ຈາ​ລະ​ຫວ່າງ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ແລະ ການ​ພົບ​ປະ​ສົນ​ທະ​ນາ “ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ສອງ​ຝ່າຍ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ນັບ​ມື້​ນັບ​ພັດ​ທະ​ນາ ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ, ບັນ​ດາ​ໝາກ​ຜົນ​​ທີ່ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ສະ​ຫະ​ພັນ, ສະ​ພາ​ແຫ່ງ​ຊາ​ດ​ລັດ​ເຊຍ ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫມ່, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ສອງ​ຝ່າຍ​ເຫັນ​ດີ​ສ້າງ​ກົນ​ໄກ​ກຸ່ມ​ປະ​ຕິ​ບັດ​ງານ​ທ້ອງ​ຖິ່ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ສອງ​ຝ່າຍ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າ​ງ​ທ້ອງ​ຖິ່ນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ຜ່ານນັ້ນ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ ແລະ ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ