ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ - ảnh 1
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ

(vovworld) - ທີ່​ການ​ຕ້ອນ​ຮັບ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ໂລກ (WB) Kristalina Georieva ໃນ​ຕອນ​ບ່າຍ​ວັນ​ທີ 23/3, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ: ເກືອບ 170 ໂຄງ​ການ​ໂດຍ​ທະ​ນາ​ຄານ​ໂລກ​ອຸ​ປະ​ຖຳ​ໃຫ້ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ຂອບ​ໃຈ​ທະ​ນາ​ຄານ​ໄດ້ສ້າງ​ກົນ​ໄກ​ໜູນ​ຊ່ວຍ​ຫັນ​ປ່ຽນ​ທຶນ​ກູ້​ຢຶມ​ບຸ​ລິ​ມະ​ສິດ​ໃຫ້​ແກ່ ຫວຽດ​ນາມ. ທ່ານ​ນາງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ​ ຖື​ວ່າ: ເອ​ກະ​ສານ​ຂອບ​ເຂດ​ຄູ່​ຮ່ວມ​ມື​ແຫ່ງ​ຊາດ, ຫວຽດ​ນາມ - WB ໄລ​ຍະ 2017 – 2022 ເຊິ່ງ WB ພວມກໍ່​ສ້າງ​ມີ​ບັນ​ດາ​ຈຸດ​ທີ່​ຄ້າຍ​ຄື​ກັນ, ເໝາະ​ສົມ​ກັບ​ບັນ​ດາ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ຂອງ ຫວຽດ​ນາມ.

        ສ່ວນ​ທ່ານ​ນາງ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ໂລກ Kristalina Georieva ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ທະ​ນາ​ຄານ​ໂລກ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ, ພິ​ເສດ​ໃນ​ຂົງ​ເຂດ​ນິ​ຕິ​ບັນ​ຍັດ, ສືບ​ຕໍ່​ຮ່ວມ​ມື​ກັບ​ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ, ປະ​ຕິ​ຮູບ​ການ​ເງິນ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ.


ຂ່າວ/ບົດ​ອື່ນ