ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພົບປະກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ກາຊັກສະຖານ

(VOVWORLD) - ນະທີ່ນີ້, ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຢືນຢັນວ່າ ພັກ, ລັດຍາມໃດກໍ່ໃຫ້ຄວາມເອົາໃຈໃສ່, ສະໜັບສະໜູນ
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພົບປະກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ກາຊັກສະຖານ - ảnh 1 ພາບປະກອບ

ຕອນຄ່ຳວັນນີ້, 16 ຕຸລາ, ພາຍຫຼັງເດີນທາງເຖິງສະໜາມບິນສາກົນ ຢູ່ນະຄອນ Astana, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດກາຊັກສະຖານ ຢ່າງເປັນທາງການ, ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນະສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ປະຈຳກາຊັກສະຖານ. ນະທີ່ນີ້, ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຢືນຢັນວ່າ ພັກ, ລັດຍາມໃດກໍ່ໃຫ້ຄວາມເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດ ເຄື່ອນໄຫວດ້ວຍຄວາມສະດວກທີ່ສຸດ, ເພື່ອແນໃສ່ປະກອບສ່ວນຮັບໃຊ້ພາລະກິດປົກປັກຮັກສາ, ກໍ່ສ້າງ ແລະ ພັດທະນາປະເທດຊາດ. ທ່ານ ນາງ ປະທານສະພາແຫ່ງຊາດ ປາຖະໜາວ່າ ປະຊາຄົມຊາວຫວຽດນາມ ຍາມໃດກໍ່ເຄົາລົບກົດໝາຍຂອງປະເທດປະຈຳຖິ່ນ, ແມ່ນພາບພົດ, ຂົວຕໍ່ສຳຄັນຢ່າງແທ້ຈິງ ເພື່ອປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ