ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກອນຕຸມ

(VOVWORLD) -ວັນທີ 18 ມີນາ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ນຳໜ້າຄະນະປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກອນຕຸມ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກອນຕຸມ - ảnh 1 ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກ ຢູ່ແຂວງກອນຕຸມ

ເມື່ອເຮັດວຽກກັບການນຳເມືອງ ກອນປລົງ ແລະ ການນຳແຂວງກອນຕຸມ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງ ບັນລຸໄດ້. ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີແຂວງກອມຕຸມໃນໄລຍະທີ່ຈະມາເຖິງ, ຈົ່ງສຸມໃສ່ຂຸດຄົ້ນທ່າແຮງຂອງທ້ອງຖິ່ນຄື: ຂະຫຍາຍການປູກຕົ້ນຢາສະໝູນໄພ, ກະສີກຳໂດຍນຳໃຊ້ເຕັກໂນໂລຊີສູງ, ການທ່ອງທ່ຽວທຳມະຊາດ, ທ່ອງທ່ຽວເຂດຊຸມຊົນ, ເປັນເຈົ້າການດຶງດູດການລົງທຶນ, ຫັນປ່ຽນໂຄງປະກອບເສດຖະກິດໃຫ້ແຂງແຮງກ່ວາ ເພື່ອສ້າງແຂວງໃຫ້ຮັ່ງມີເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ