ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຕາແສງ ກິມລຽນ, ເງະອານ

(VOVWORLD) - ນີ້ແມ່ນອູແຫ່ງການປະຕິວັດ, ແມ່ນແຫ່ງກຳເນີດຜູ້ນຳການປະຕິວັດທີ່ດີເລີດຂອງການປະຕິວັດ ຫວຽດນາມ - ປະທານ ໂຮ່ຈີມິນ ແລະ ແມ່ນສະຖານທີ່ວັດທະນະທຳຈິດວີນຍານຂອງພໍ່ແມ່ປະຊາຊົນທົ່ວປະເທດ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຕາແສງ ກິມລຽນ, ເງະອານ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ພົບປະກັບປະຊາຊົນ

ວັນທີ 19 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນ ກັບປະຊາຊົນບ້ານ ແຊນ 3, ຕາແສງ ກີມລຽນ, ເມືອງ ນາມດານ (ເງະອານ). ກ່າວຄຳເຫັນທີ່ງານບຸນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນຄວາມເອກອ້າງທະນົງໃຈຕໍ່ພະນັກງານ, ປະຊາຊົນ ບ້ານແຊນ 3, ພະນັກງານ, ປະຊາຊົນຕາແສງ ກິມລຽນ, ເມືອງນາມດານ ແລະ ແຂວງ ເງະອານ. ນີ້ແມ່ນອູແຫ່ງການປະຕິວັດ, ແມ່ນແຫ່ງກຳເນີດຜູ້ນຳການປະຕິວັດທີ່ດີເລີດຂອງການປະຕິວັດ ຫວຽດນາມ - ປະທານ ໂຮ່ຈີມິນ ແລະ ແມ່ນສະຖານທີ່ວັດທະນະທຳຈິດວີນຍານຂອງພໍ່ແມ່ປະຊາຊົນທົ່ວປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຫວັງວ່າ ບັນດາພະນັກງານ, ປະຊາຊົນບ້ານ ແຊນ 3 ພ້ອມກັບຕາແສງ ກິມລຽນ, ເມືອງ ນາມດ່ານ ແລະ ແຂວງ ເງະອານ ສືບຕໍ່ກໍ່ສ້າງຊີວິດປະຊາຊົນໃຫ້ນັບມື້ນັບອິ່ມໜຳສຳລານ, ມີຄວາມຜາສຸກ.

        ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດ ປູຊະນີຍະສະຖານ ກິມລຽນ, ເມືອງ ນາມດ່ານ. ເນື່ອງໃນໂອກາດວັນຄູ ຫວຽດນາມ 20/11, ຕອນບ່າຍວັນທີ 19/11, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ໂຮງຮຽນ ມັດທະຍົມຕອນປາຍ ລົງເລິກວິຊາ ຟານໂບ້ຍເຈົາ.

ຕອບກັບ

ຂ່າວ/ບົດ​ອື່ນ