ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ທະນາຄານຕ່າງໆ

(VOVWORLD) -ຕອນບ່າຍວັນທີ 11 ກຸມພາ(ກົງກັບວັນທີ 7 ເດືອນຈຽງ) ເນື່ອງໃນໂອກາດມື້ເຮັດວຽກທຳອິດພາຍຫຼັງພັກການ ຕ້ອນຮັບບຸນປີໃໝ່ປະຈຳຊາດປີ ກຸນ 2019, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ຄະນະການນຳ, ພະນັກງານ, ພາລະກອນ ທະນາຄານການຄ້າຕ່າງປະເທດຫຸ້ນສ່ວນຫວຽດນາມ (Vietcombank). 
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ທະນາຄານຕ່າງໆ - ảnh 1ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ນຳໜ້າຄະນະໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ທະນາຄານVietcombank

ກ່າວຄຳເຫັນທີ່ນີ້, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄດ້ອວຍພອນບັນດາພະນັງການ, ພາລະກອນ, ຜູ້ອອກແຮງງານໃນທະນາຄານ, ປີໃໝ່ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດຫຼາຍຢ່າງ, ອວຍພອນທະນາຄານຈະເຮັດຫຼ້ອນໜ້າທີ່ເປັນຢ່າງດີ.

    ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ຄະນະການນຳ, ພະນັກງານ, ພາລະກອນ ທະນາຄານການຄ້າຫຸ້ນສ່ວນພັດທະນານະຄອນໂຮ່ຈິມິນ (HD Bank) ແລະ ບໍລິສັດການບິນ ຫວຽດແຢັດ.

ຕອບກັບ

ຂ່າວ/ບົດ​ອື່ນ