ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ

(VOVWORLD) - ຕອນເຊົ້າວັນທີ 18 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານ Kim Hack Young, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ແລະ ບັນດາສະມາຊິກສະພາແຫ່ງຊາດ ສ.ເກົາຫຼີ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ảnh 1 ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ໄດ້ຕີລາຄາສູງຜົນຂອງການພົບປະລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ 2 ປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໄດ້ມີບາດກ້າວພັດທະນາຢ່າງແຮງ, ຮອບດ້ານ ແລະ ແທດຈິງ. ທ່ານນາງ ຫງວຽນທິກິມເງິນ ສະເໜີວ່າ ບັນດາສະມາຊິກລັດຖະສະພາ 2 ປະເທດ ຈະສືບຕໍ່ມີບັນດາຂໍ້ລິເລີ່ມພົວພັນແລກປ່ຽນ, ຮ່ວມມືໃນຂົງເຂດສ້າງກົດໝາຍ ແລະ ພ້ອມກັນຕິດຕາມກວດກາການປະຕິບັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງ 2 ປະເທດ.

        ສ່ວນທ່ານ Kim Hack Young, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ໄດ້ຊົມເຊີຍການນຳ ແລະ ປະຊາຊົນ ຫວຽດນາມ ທີ່ບັນລຸໄດ້ບັນດາຜົນອັນໃຫຍ່ຫລວງໃນການພັດທະນາເສດຖະກິດ, ສັງຄົມ ໃນສະພາບທີ່ພື້ນຖານເສດຖະກິດໂລກມີການເໜັງຕີງຫລາຍຢ່າງ; ພ້ອມທັງປາດຖະໜາວ່າ ຫວຽດນາມ ແລະ ສ.ເກົາຫຼີ ຈະນັບມື້ນັບໃກ້ສິດຕິດແທດ ແລະ ກາຍເປັນຄູ່ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ