ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ

(VOVWORLD) - ວັນທີ 15 ມັງກອນ, ຢູ່ນອກກອງປະຊຸມປະຈຳປີເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF - 27) ຢູ່ Siem Reap, ກຳປູເຈຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin.
ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum

ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດ 2 ຝ່າຍຈະສືບຕໍ່ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ສະພາແຫ່ງຊາດ ກຳປູເຈຍ ຈະສືບຕໍ່ເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ດຳລົງຊີວິດເປັນປົກກະຕິຢູ່ ກຳປູເຈຍ; ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ລົງທຶນພັດທະນາບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ; ພ້ອມທັງປາດຖະໜາວ່າ ສະພາແຫ່ງຊາດ ກຳປູເຈຍ ຈະເອົາໃຈໃສ່ຊີ້ນຳ, ຊຸກຍູ້ວຽກງານຂີດຂັ້ນປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.

        ສ່ວນທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin ໄດ້ຂອບໃຈສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດກ່ຽວກັບຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກນິກ; ຂອບໃຈກ່ຽວກັບໂຄງການກໍ່ສ້າງສຳນັກງານສະພາແຫ່ງຊາດໂດຍພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້.

        ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum.

ຕອບກັບ

ຂ່າວ/ບົດ​ອື່ນ