ປະທານສະພາແຫ່ງຊາດ ຫວຽດນາມ ເຈລະຈາກັບປະທານສະພານິຕິບັນຍັດແຫ່ງຊາດໄທ

(VOVWORLD) - ຕອນເຊົ້າວັນທີ 14 ສິງຫາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພານິຕິບັນຍັດແຫ່ງຊາດແຫ່ງລາຊະອານາຈັກ ໄທ ໂດຍທ່ານປະທານສະພານິຕິບັນຍັດແຫ່ງຊາດ ໄທ ພອນເພັດ ວິຈິດຈົນໃຈ
ປະທານສະພາແຫ່ງຊາດ ຫວຽດນາມ ເຈລະຈາກັບປະທານສະພານິຕິບັນຍັດແຫ່ງຊາດໄທ - ảnh 1 ທ່ານນາງ ຫງວຽນທິກີມເງິນ ຕ້ອນຮັບ ທ່ານພອນເພັດ ວິຈິດຈົນໃຈ

ນຳ ໜ້າໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 13 – 16 ສິງຫາ. ພາຍຫລັງພິທີຕ້ອນຮັບ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເປັນປະທານການເຈລະຈາກັບທ່ານປະທານສະພານິຕິບັນຍັດແຫ່ງຊາດ ໄທ ພອນເພັດ ວິຈິດຈົນໃຈ. 2 ຝ່າຍຕີລາຄາສູງບັນດາບາດກ້າວພັດທະນາອັນດີງາມໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ ກໍ່ຄືລະຫວ່າງ 2 ອົງການນິຕິບັນຍັດໃນໄລຍະຜ່ານມາ. ພ້ອມທັງ ຢືນຢັນວ່າ ຈະຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ເພື່ອແນໃສ່ປະຕິບັດໂຄງການດຳເນີນງານໃນການຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດໄລຍະ 2014 – 2018 ຢ່າງມີປະສິດທິຜົນ. ໃນຂົງເຂດຮ່ວມມືຢູ່ບັນດາເວທີສາກົນປຶກສາຫາລືຫລາຍຝ່າຍ ແລະ ພາກພື້ນ, 2 ຝ່າຍຢືນຢັນວ່າ ຈະເພີ່ມທະວີຄວາມສາມັກຄີ ເພື່ອຄວາມເປັນເອກະພາບ ແລະ ກຳລັງແຮງລວມຂອງສະຫະສະມາຄົມ; ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ; ຢຶດໝັ້ນບັນດາຫຼັກການລວມ, ຮັບປະກັນຄວາມສາມັກຄີ, ເປັນເອກະພາບ ແລະ ເພີ່ມທະວີການສົມທົບກັນບົນພື້ນຖານຫຼັກໝັ້ນ ແລະ ທັດສະນະຂອງ ອາຊຽນ ສຳລັບບັນດາບັນຫາພາກພື້ນ ແລະ ສາກົນ; ຜັນຂະຫຍາຍປະຊາຄົມເສດຖະກິດ ອາຊຽນ ຢ່າງມີປະສິດທິຜົນ, ມຸ່ງໄປເຖິງການກໍ່ສ້າງປະຊາຄົມໝັ້ນຄົງ - ການເມືອງໃນໄລຍະຈະມາເຖິງ.

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ ພອນເພັດ ວິຈິດຈົນໃຈ, ປະທານສະພານິຕິບັນຍັດແຫ່ງຊາດ ໄທ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາອັນດີງາມໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດກໍ່ຄືລະຫວ່າງ 2 ອົງການນິຕິບັນຍັດ 2 ປະເທດ ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ທ່ານປະທານສະພານິຕິບັນຍັດແຫ່ງຊາດ  ພອນເພັດ ວິຈິດຈົນໃຈ ເອົາໃຈໃສ່ຊຸກຍູ້ອົງການກ່ຽວຂ້ອງຂອງ ໄທເປີດປະຕູຕະຫຼາດໃຫ້ສິນຄ້າ ຫວຽດນາມ, ສ້າງເງື່ອນໄຂໃຫ້ຄົນງານ ຫວຽດນາມ ຢູ່ ໄທ, ສົ່ງເສີມບັນດານັກທຸລະກິດໄທ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ