ປະທານສະພາແຫ່ງຊາດຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ຫົວໜ້າອົງການ UNICEF ປະຈຳ ຫວຽດນາມ

(VOVWORLD) -  ຕອນບ່າຍວັນທີ 15 ສິງຫາ ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ທ່ານ Youssouf Abdel-Jelil ຫົວໜ້າອົງການ Unicef ປະຈຳ ຫວຽດນາມ.

 ປະທານສະພາແຫ່ງຊາດຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ຫົວໜ້າອົງການ UNICEF ປະຈຳ ຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຜູ້ປະສານງານປະຈຳສະຫະປະຊາຊາດທ່ານ Kamal Malhotra (ພາບ: quochoi.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງການໜູນຊ່ວຍຂອງສະຫະປະຊາຊາດ, ອົງການສະຫະປະຊາຊາດເພື່ອການພັດທະນາຕໍ່ວິວັດການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ, ກໍ່ຄືບົດບາດ, ການປະກອບສ່ວນຂອງ Unicef ປະຈຳ ຫວຽດນາມ ເພື່ອຈຸດໝາຍພັດທະນາແບບຍືນຍົງ ແລະ ປົກປ້ອງສິດປະໂຫຍດຂອງເດັກນ້ອຍຢູ່ ຫວຽດນາມ.

        ແລະກໍ່ໃນການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຜູ້ປະສານງານປະຈຳສະຫະປະຊາຊາດທ່ານ Kamal Malhotra ໄດ້ແລກປ່ຽນກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາອົງການສຳນັກງານຂອງສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການສະຫະປະຊາຊາດ; ຫວຽດນາມ ປາດຖະໜາວ່າ ບັນດາອົງການຂອງສະຫະປະຊາຊາດສືບຕໍ່ສົມທົບ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ໃນຂົງເຂດປົກປ້ອງ, ສົ່ງເສີມ ແລະ ສຶກສາເດັກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ