ປະທານສະພາແຫ່ງຊາດສ.ເກົາຫຼີຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງຊາດສ.ເກົາຫຼີຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ Chung Sye-kyun ປະ​ທານ​ສະ​ພາ​ແຫ່ງ​ຊ​າດ ສ.ເກົາຫຼີ
(ພາບ: TTXVN)

(vovworld) - ໂດຍ​ຮັບ​ຄຳ​ເຊີນ​ຂອງ ທ່ານນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊ​າດ ຫວຽດ​ນາມ, ທ່ານ Chung Sye-kyun ປະ​ທານ​ສະ​ພາ​ແຫ່ງ​ຊ​າດ ສ.ເກົາຫຼີ​ ພ້ອມ​ກັບ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສ.ເກົາຫຼີ ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 24 - 26/4. ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຂອງ ປະ​ທານ​ສະ​ພາ​ແຫ່ງ​ຊ​າດ ສ.ເກົາຫຼີ​ ສ​ະ​ແດງ​ໃຫ້​ເຫັນ​ ການ​ພົວ​ພັນ​​ມິດ​ຕະ​ພາບ ຂອງ ສະ​ພາ​ແຫ່ງ​ຊ​າດ ສ.ເກົາຫຼີ​ ​ກັບ ປະ​ຊາ​ຊົນ ຫວຽດ​ນາມ ແລະ ການ ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ, ພ້ອມ​​ທັງ​ປະກ​ອບ​ສ່ວນ​ເຂົ້າ​ບັນ​ດາ​ເຄື່ອນ​ໄຫວ ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ການ​ພົວ​ພັນ​​ທາງ​ການ​ທູດ ຫວຽດ​ນາມ - ສ.ເກົາຫຼີ​ ຄົບ​ຮອບ 25 ປີ (22/12/1992 – 22/12/2017).

ຕອບກັບ

ຂ່າວ/ບົດ​ອື່ນ