ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງອວຍພອນບຸນເຕັດບັນດາອະດີດການນຳພັກລັດ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງອວຍພອນບຸນເຕັດບັນດາອະດີດການນຳພັກລັດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງຮຸ່ງ ​
​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ປະທານ​ໂຮ່ຈີ​ມິນ
(ພາບ: TTXVN)

(vovworld) - ​ ​ ​ ​ເນື່ອງ​​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ຕອນ​ເຊົ້າ​ວັນ​ທີ 04/02, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງຮຸ່ງ ​ໄດ້​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ປະທານ​ໂຮ່ຈີ​ມິນ ຢູ່​ເຂດ​ປູຊະນີຍະ​ຖານ​ປະທານ​ໂຮ່​ຈີ​ມິນ ​ໃນບໍລິ​ເວນ​ສຳນັກງານ​ປະທານ​ປະ​ເທດ. ນະ​ທີ່​ນີ້ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃສ່​ໃຈໝູ່​ຄະນະ​ພະນັກງານ, ພາລະ​ກອນ​ເຂດ​ປູຊະນີຍະ​ຖານ​ສືບ​ຕໍ່​ປະຕິບັດວຽກ​ງານ​​ແນະນຳ​​ໃຫ້​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອ​ນມິດສາ​ກົນ​ກ່ຽວ​ກັບ​ບັນ​ດາມໍລະດົກ​ຂອງ​ປະທານ​ໂຮ່ຈີ​ມິນ​ໃນ​ຕະຫລອດ​ໄລຍະ​​ທາງ​ປົດ​ປ່ອຍປະ​ເທດ​ຊາດ ​ເພື່ອ​ໃຫ້​ບັນດາ​ປະຊາຊົນທຸກ​ຊັ້ນ​ວັນນະ ​ແລະ ​ເພື່ອ​ນມິດສາ​ກົນ​ເຂົ້າ​ໃຈ​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ພັກ, ພາລະກິດ​ປະຕິວັດ​ຍິ່ງ​ໃຫຍ່​ຂອງ​ປະທານ​ໂຮ່ຈີ​ມິນ ​ແລະ ​ຊາດ ຫວຽດນາມ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​​ໄປ​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ພົນ​ເອກ ຫວໍ​ຫງວຽນ​ຢ໋າບ.

        ກໍ່​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ລົງ​ຢ້ຽມຢາມ, ອວຍພອນ​ບຸນ​ເຕັດ​ອະດີດ​ເລຂາທິການ​ໃຫຍ່ ​ໂດ​ເມື່ອ​ຍ, ນົງ​ດຶກ​ແມ້ງ ​ແລະ ອະດີດ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ວັນ​ອານ.

ຂ່າວ/ບົດ​ອື່ນ