ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຈລະຈາກັບທ່ານປະທານສະພາແຫ່ງຊາດລາວປານີຢາທໍ່ຕູ້

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຈລະຈາກັບທ່ານປະທານສະພາແຫ່ງຊາດລາວປານີຢາທໍ່ຕູ້ - ảnh 1
ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ຕ້ອນຮັບ​
ທ່ານ​ນາງ ປານີ ຢາ​ທໍ​່ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ
(ພາບ:Nhan Sáng/TTXVN)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດລາວ ​ໂດຍ​ທ່ານ​ນາງ ປານີ ຢາ​ທໍ​່ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ ນຳ​ໜ້າ​ໄດ້​ມາຮອດ ຮ່າ​​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າ​ວັນ​ທີ 30/3, ຢູ່ ຮ່າ​ໂນ້ຍ, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດລາວ​ ໄດ້ດຳ​ເນີນ​ການ​ເຈລະຈາ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດລາວ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອໃຫ້​ກອງ​ປະຊຸມ​ໃຫຍ່ IPU-132 ປະສົບ​ຜົນສຳ​ເລັດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ສະໜັບສະໜູນ ​ແລະ ຊົມ​ເຊີຍກອງ​ປະຊຸມ​ໃຫຍ່ IPU-132 ວາງ​ອອກ​ຖະ​ແຫຼງຮ່າ​ໂນ້ຍ. ນີ້​ຈະ​ແມ່ນ​ຖະ​ແຫຼ​ງການ​ທີ່ສຳຄັນ, ທັນ​ການ​ໃນ​ສະພາບ​ການ​ໂລກ​ພວມ​ຢືນຢູ່ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍນາ​ໆປະການ, ກໍ່​ຄື​ພວມ​ມຸ່ງ​ໄປ​ເຖິງ​ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ.

        ປະທານ​ສະພາ​ແຫ່ງ​ຊາດທັງ 2 ທ່ານ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ບັນດາ​ໝາກຜົນ​ອັນ​ດີງາມ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ​ໃນ​ທຸກ​ຂົງ​ເຂດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ມູນ​ເຊື້ອ, ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ນັບ​ທັງ​ຂົງ​ເຂດ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ; ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ; ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ທຸກ​ຂັ້ນ,​​ ເພີ່ີມທະວີ​ການແບ່ງປັນ​ບົດຮຽນ​ດ້ານ​ນິບັນຍັດ ​ແລະ ​ຕິດຕາມ​ກວດກາເປັນ​ປະຈຳ​.

   ແລະ ກໍ​ໃນ​ຕອນ​ບ່າຍ​ວັນ​ທີ 30/3, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ​ປາ​ນີ​ ຢາ​ທໍ​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ ເລື່ອງ 2 ຝ່າຍ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະ​ຈຳ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ສະ​ເໜີ 2 ພັກ, 2 ສະ​ພາ​ແຫ່ງ​ຊາດ, ດ້ວຍ​ຄວາມ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ, ຄວນ​ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ແກ້​ໄຂ​ສິ່ງ​ທີ່​ຄ້າງ​ຄ່າ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ, ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ