ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບປະທານສະພາສູງແຫ່ງ ສ.ບລາຣຸດ Mikhail Myasnikovich

(VOVWORLD) - ທີ່ການຕ້ອນຮັບທ່ານ Mikhail Myasnikovich ປະທານສະພາສູງ ແຫ່ງສາທາລະນະລັດ ເບລາຣຸດ, ໃນຕອນບ່າຍວັນທີ 25 ກັນຍາ, ຢູ່ຮ້າໂນ້ຍ,
ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບປະທານສະພາສູງແຫ່ງ ສ.ບລາຣຸດ Mikhail Myasnikovich  - ảnh 1 ທີ່ການຕ້ອນຮັບ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ປາຖະໜາວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າສອງຝ່າຍ ແລະ ໃນບັນດາຂົງເຂດອື່ນໆ. ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ລັດຖະສະພາ ເບລາຣຸດ, ສ້າງເງື່ອນໄຂສະດວກກ່ຽວກັບ ກອບນິຕິກຳ ເພື່ອໃຫ້ວິສາຫະກິດສອງປະເທດ ຍູ້ແຮງການເຄື່ອນໄຫວ ການລົງທຶນດຳເນີນທຸລະກິດ, ມຸ່ງໄປເຖິງຄວາມຄ້າຍຄືກັນ ແລະ ມີຄວາມ ກົມກຽວທາງດ້ານກົດໝາຍ. ທ່ານນາງປະທານສະພາແຫ່ງຊາດ ຖືວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນຂອບເຂດບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ; ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການເຄື່ອນໄຫວດ້ານນິຕິບັນຍັດ; ຍົກສູງບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບໃນການຊຸກຍູ້ການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ ແລະ ເບລາຣຸດ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາສູງ ແຫ່ງສາທາລະນະລັດ ເບລາຣຸດ ກໍ່ໄດ້ແລກປ່ຽນກັບ ທ່ານນາງປະທານສະພາແຫ່ງຊາດ ກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງສອງປະເທດ; ທ່ານເນັ້ນໜັກວ່າ ເບລາຣຸດ ແມ່ນໜຶ່ງໃນຈຳນວນ 5 ປະເທດທີ່ຂຶ້ນກັບ ສະຫະພັນເສດຖະກິດ ອາຊີ - ເອຣົບ ທີ່ໄດ້ລົງນາມໃນສັນຍາການຄ້າເສລີກັບ ຫວຽດນາມ. ຕໍ່ຈາກນັ້ນ, ອົງການນິຕິບັນຍັດຂອງສອງປະເທດ ຄວນເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ໃຫ້ ສັນຍາໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ໃນຕົວຈິງ

ຕອບກັບ

ຂ່າວ/ບົດ​ອື່ນ