ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດນອກແວແລະສ.ເຊັກໂກ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດນອກແວແລະສ.ເຊັກໂກ - ảnh 1
ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ
​ຕ້ອ​ນ​ຮັບ​ເອກ​ອັກ​ຕະ​ລັດ​ຖະ​ທູດນອກ​ແວ​
(ພາບ: TTXVN)

(vovworld) - ​ຕອນ​ບ່າຍ​ວັນ​ທີ 22/03, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ນອກ​ແວ Siren Gjerme Eriksem. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ, ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ​ເຊິ່ງນອກ​ແວ ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາ​ມ​ຕ້ອງ​ການ. ປະ​ຈຸ​ບັນ, ນອກ​ແວ ພວມ​ແມ່ນ​ຜູ້​ປະ​ສານ​ງານ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ​ລະ​ຫວ່າງ​ຫວຽດ​ນາມ ກັບກຸ​່ມ​ການ​ຄ​້າ​ເສ​ລີ​ເອີ​ລົບ, ສະ​ນັ້ນ, ທ່ານ​ນາງ​ປະ​ທານ​ສະ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ນອກ​ແວ ຊຸກ​ຍູ້​ເພື່ອ​​ສຳ​ເລັດ​ການ​ເຈ​ລະ​ຈາ ແລະ ລົງ​ນາ​ມ​ສັນ​ຍາ​ດັ່ງ​ກ່າວ​ໂດຍ​ໄວ. ທ່ານ​ນາງ​ປະ​ທານ​ສະ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ກຳ​ມາ​ທິ​ການ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ ແລະ ຂໍ້​ມູນ​ຂ່າວ​ສານ.

        ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ.ເຊັກ​ໂກ ປະ​ຈຳ​ຫວຽດ​ນາມ Vitez Slav Grepl, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ, ໃນ​ຖາ​ນະ​ຕຳ​ແໜ່ງ​ຂອງ​ຕົນ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ Vitez Slav Grepl ຈະ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​​ດີ​ຍິ່ງກວ່າ​ອີກ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ