ປະທານສະພາແຫ່ງຊາດຫງວຽນທິກີມເງິນພົບປະກັບຜູ້ມີສິດເລືອກຕັ້ງເມືອງຟອງດ່ຽນນະຄອນເກີນເທີ

ປະທານສະພາແຫ່ງຊາດຫງວຽນທິກີມເງິນພົບປະກັບຜູ້ມີສິດເລືອກຕັ້ງເມືອງຟອງດ່ຽນນະຄອນເກີນເທີ - ảnh 1
ທ່ານນາງປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກີ​ມ​ເງິນ​ພົບ​ປະ​ກັບ​
ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ຟອງ​ດ່ຽນນະຄອນ​ເກີ​ນ​ເທີ
(ພາບ: TTXVN)

(vovworld) - ​ ​ຕອນ​ເຊົ້າ​ວັນ​ທີ 06/05 ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ສືບ​ຕໍ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຕາ​ແສງ ​ເຍີ​ນອ໋າຍ ​ເມືອງ​ຟອງ​ດ່ຽນ ນະຄອນ​ ​ເກີນ​ເທີ. ນະ​ທີ່​ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ​ເຍີ​ນອ໋າຍ ປາດ​ຖະໜາ​ວ່າ: ​ເມື່ອ​ໄດ້​ຮັບ​ການ​ເລືອກ​ຕັ້ງ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈະ​ປະຕິບັດ​​ໂຄງການ​ດຳ​ເນີນ​ງານ​ຂອງ​ຕົນ​ໃຫ້​ດີ; ສະຫງວນ​ເວລາ​ເພື່ອ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ປະຈຳ; ສ່ອງ​ແສງ​ບັນຫາ​ຢ່າງທັນ​ການ, ນຳສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ບັນດາ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຄວາມ​ເຄັ່ງຮ້ອນ​ຂອງ​ປະຊາຊົນ ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ.

        ​ເມື່ອຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຊີ້​ແຈ້ງວ່າ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ສຸມ​ໃສ່​ສ້າງ​ບັນດາ​ເອກະສານນິຕິ​ກຳ​ໃຫ້​ສົມ​ບຸນ​ແບບ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ກະຊວງ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ.

 



ຂ່າວ/ບົດ​ອື່ນ