ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະເຈລະຈາກັບປະທານສະພາສູງສ.ກາຊັກສະຖານ

(VOVWORLD) -ໂດຍສືບຕໍ່ການຢ້ຽມຢາມສ.ກາຊັກສະຖານ ຢ່າງເປັນທາງການ, ວັນທີ 17 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາສູງສ.ກາຊັກສະຖານ Kassym Zhomart Tokayev.

ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະເຈລະຈາກັບປະທານສະພາສູງສ.ກາຊັກສະຖານ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະເຈລະຈາກັບ

ປະທານສະພາສູງສ.ກາຊັກສະຖານ)

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກປັບປຸງ ແລະ ເພີ່ມທະວີການພົວພັນ 2 ຝ່າຍ, ກໍຄືການຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດກາຊັກສະຖານ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ທ່ານນາງປະທານສະພາແຫ່ງຊາດກໍ່ສະເໜີໃຫ້ 2 ຝ່າຍ ສ້າງ ແລະ ເສີມຂະຫຍາຍກົນໄກປຶກສາຫາລື, ສົມທົບກັບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ ຄື: IPU, APPF… ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ…

        ສ່ວນທ່ານປະທານສະພາສູງສ.ກາຊັກສະຖານ Kassym Zhomart Tokayev ເນັ້ນໜັກວ່າ, ປີ 2017 ສອງປະເທດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ສະນັ້ນ, 2 ຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ມີຄວາມໝາຍຢ່າງແທດຈິງ, ກໍ່ຄືບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ຮ່ວມມືວັດທະນະທຳມະນຸດຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ