ປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມສະຖານທູດ,ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ລາວ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມສະຖານທູດ,ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ລາວ - ảnh 1
ທ່ານນາງ ຫງວຽນທິກິມເງິນ ເຮັັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳລາວ

(vovworld) – ​ໃນ​ຂ​ອບ​ເຂດ​ການ​ຢ້ຽມຢາມ​ສັນທະວະ​ໄມຕີ ລາວ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 26/9, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໂອ້​ລົມ​ກັບ​ພະນັກງານ​ສະຖານທູ​ດ, ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່​ລາວ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ ຫວຽດນາມ - ລາວ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ໃນ​ທຸກຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈາກ​ການ​ເມືອງ​ຮອດ​​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດ​ທະນະ​ທຳ ການ​ສຶກສາ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢັ້ງຢືນວ່າ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ບໍ່​ສາມາດ​ແຕກ​ແຍກ​ອອກ​ຈາກ​ຊາດ ຫວຽດນາມ ​ໄດ້:

        “ສະ​ເໜີ​ໃຫ້​ສະຖາ​ນທູ​ດສົມທົບ​ກັບ​ບັນດາ​ອົງກາ​ນກ່ຽວຂ້ອງ​ເພີ່​ມທະວີ​ການຈັດ​ຕັ້ງ​ບັນດາ​ຊຸດ​ຮຽນ​ພາສາ ຫວຽດ ​ໃຫ້​​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ. ນີ້​ແມ່ນ​ວຽກ​ງານ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ຢູ່​ບ່ອນ​ໃດ​ມີ​ຊາວ ຫວຽດນາມ , ຢູ່​ນັ້ນ​ຕ້ອງ​ມີ​ວັດທະນະທຳ ຫວຽດນາມ. ສະຖານທູດ​ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ຍ້ອນ​ວຽກ​ງານ​ນີ້​ມີ​ຄວາມ​ໝາຍ​ໃນ​ການ​ຂົນຂວາຍ​ພໍ່​ແມ່​ປະຊາຊົນ​ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະກອບສ່ວນ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ຊາດ. ສະຖານທູດ​ຕ້ອງ​ກາຍ​ເປັນ​ຊາຍ​ຄາ​ລວມ, ທັງແມ່ນ​ບ່ອນ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ພົນລະ​ເມືອງ, ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ”

        ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ວິ​ສາ​ຫະກິດ​ບາງ​ແຫ່ງ​ຂອງ ຫວຽດນາມ ຢູ່​ລາວ ທີ່​ດຳ​ເນີນ​ທຸລະ​ກິດ​​ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ ກໍ່​ຄື​ຂອງ ຫວຽດນາມ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າວັນ​ທີ 26/9, ທ່ານ​ນາງ​ ຫງວຽນ​ທິກິມ​ເງິນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ວາງສະ​ແດງ​ເສັ້ນທາງ​ໂຮ່ຈີ​ມິນ ມະຫັດສະຈັນ​ໃນ​ເຂດ​ດິນ​ແດນ​ລາວ. ງານ​ວາງສະ​ແດງ​ໄດ້​​ແນະນຳຮູບ​ຖ່າຍ​ເກືອບ 100 ​ແຜ່ນ​ຂອງ​ບັນດາ​ນັກ​ຂ່າວ, ທີ່​ໄດ້​ວາດ​ພາບ​ຢ່າງ​ມີ​ຊີວິດ​ຊີວາ ​ແລະ ຈະ​ແຈ້ງ​ໄລຍະ​ອັນສະ​ຫງ່າ​ລາສີ​​ໃນ​ປະຫວັດສາດ​​ແຫ່ງ​ການ​ຕໍ່​ສູ້ ​ແລະ ​ໄຊຊະນະ​ຂອງ​ປະຊາຊົນ ​ແລະ ກອງ​ທັບ​ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ລາວ.

                                                            


ຂ່າວ/ບົດ​ອື່ນ