ປະທານສະພາແຫ່ງຊາດຫງວຽນທິກິມເງິນສິ້ນສຸດການຢ້ຽມຢາມສ.ກາຊັກສະຖານຢ່າງເປັນທາງການ

(VOVWORLD) -ຕອນເຊົ້າວັນທີ 18 ຕຸລາ, ຢູ່ນະຄອນຫຼວງ Astana, ປະເທດ ກາຊັກສະຖານ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານເລຂາທີ່ໜຶ່ງພັກກອມມູນິດປະຊາຊົນກາຊັກສະຖານ Zhanbyl A. Akhmetbokov.

ປະທານສະພາແຫ່ງຊາດຫງວຽນທິກິມເງິນສິ້ນສຸດການຢ້ຽມຢາມສ.ກາຊັກສະຖານຢ່າງເປັນທາງການ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນພົບປະກັບ

ທ່ານເລຂາທີ່ໜຶ່ງພັກກອມມູນິດປະຊາຊົນກາຊັກສະຖານ Zhanbyl A. Akhmetbokov)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ການຢ້ຽມຢາມກາຊັກສະຖານ ຢ່າງເປັນທາງການ ແມ່ນເພື່ອແນໃສ່ຮັດແໜ້ນຄວາມສາມັກຄີລະຫວ່າງ 2 ປະເທດ. ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມປະຕິຊົມຊື່ນ ເມື່ອເຫັນວ່າບັນດາພັກການເມືອງຢູ່ກາຊັກສະຖານ ລ້ວນແຕ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບກັບຫວຽດນາມ.

        ສ່ວນທ່ານເລຂາທີ່ໜຶ່ງພັກກອມມູນິດປະຊາຊົນກາຊັກສະຖານ Zhanbyl A. Akhmetbokov ຢືນຢັນວ່າ, ຫວຽດນາມ ແມ່ນເພື່ອນຜູ້ທີ່ໃກ້ຊິດສະໜິດສະໜົມ ແລະ ກາຊັກສະຖານ ຍາມໃດກໍສືບທອດໝາກຜົນຂອງການປະຕິວັດເດືອນຕຸລາ, ສືບຕໍ່ສະໜັບສະໜູນລັດທິສາກົນ.

        ພາຍຫຼັງການພົບປະກັບການນຳພັກກອມມູນິດປະຊາຊົນ ກາຊັກສະຖານ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມສ.ກາຊັກສະຖານ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ