ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມພິທີໄຂສົກຮຽນ 2018 – 2019 ຢູ່ວິທະຍາຄານປ້ອງກັນຊາດ

(VOVWORLD) -ຕອນເຊົ້າວັນທີ 21 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິກິມເງິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2018 – 2019 ຢູ່ວິທະຍາຄານປ້ອງກັນຊາດ.
ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມພິທີໄຂສົກຮຽນ 2018 – 2019 ຢູ່ວິທະຍາຄານປ້ອງກັນຊາດ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ)

ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍບັນດາຜົນງານ ແລະ ຄວາມມານະພະຍາຍາມຂອງພະນັກງານ, ຄູອາຈານ, ນັກຮຽນ, ພາລະກອນ ແລະ ນັກຮົບຂອງວິທະຍາຄານໃນຊຸມປີຜ່ານມາ ແລະ ຊີ້ແຈ້ງວ່າ, ພາລະກິດປ້ອງກັນຊາດປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ ພວມວາງອອກຫຼາຍບັນຫາ, ທັງມີລັກສະນະສະຖານະການການເມືອງ, ຮີບດ່ວນ, ທັງມີລັກສະນະພື້ນຖານຍາວນານ.

        “ໃນໄລຍະຈະມາເຖິງ, ວິທະຍາຄານຄວນປະຕິບັດໜ້າທີ່ບຳລຸງກໍ່ສ້າງ, ຖັນແຖວພະນັກງານຂັ້ນສູງຂອງພັກ, ລັດ ແລະ ກຳລັງປະກອບອາວຸດ, ພ້ອມທັງຕັ້ງໜ້າສົມທົບກັບບັນດາອົງການຍຸດທະສາດ ເປັນເຈົ້າການໃນການຄົ້ນຄວ້າ, ສະເໜີຕໍ່ພັກ, ລັດບັນດາບັນຫາຍຸດທະສາດດ້ານການທະຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່… ສົມທົບກັນຢ່າງແໜ້ນແຟ້ນ 2 ໜ້າທີ່ຍຸດທະສາດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ຍົກສູງກຳລັງຄວາມສາມາດ, ຄຸນນະພາບການຄາດຄະເນ, ກຳແໜ້ນສະພາບການ, ເປັນເຈົ້າການໃນການປ້ອງກັນ, ພົບເຫັນບັນດາປັດໃຈເກີດຂຶ້ນໂດຍບັງເອີນ, ເສຍຜົນປະໂຫຍດໂດຍໄວ”.

ຕອບກັບ

ຂ່າວ/ບົດ​ອື່ນ