ປະທານສະພາແຫ່ງຊາດຫວຽດນາມແລະ ປະທານສະພາສູງອົດສະຕາລີດຳເນີນການເຈລະຈາ

(VOVWORLD) -ໂດຍຮັບຄຳເຊີນຈາກທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາສູງອົດສະຕາລີໂດຍທ່ານ ສະກົດ ຣີອານ ປະທານສະພາສູງອົດສະຕາລີນຳໜ້າ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 20 ຫາວັນທີ 23 ມັງກອນ
ປະທານສະພາແຫ່ງຊາດຫວຽດນາມແລະ  ປະທານສະພາສູງອົດສະຕາລີດຳເນີນການເຈລະຈາ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ປະທານສະພາສູງອົດສະຕາລີ ສະກົດ ຣີອານ 

ໃນຕອນເຊົ້າວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ປະທານສະພາສູງອົດສະຕາລີ ສະກົດ ຣີອານ ໄດ້ດຳເນີນການເຈລະຈາ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ :

   “ 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດແມ່ນລະຫວ່າງບັນດາກຳມາທິການ, ຍູ້ແຮງການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງ 2 ສະພາແຫ່ງຊາດ ກໍຄືໂຄງການດຳເນີນງານໄລຍະ 2016-2019,  ບັນດາຂໍ້ຕົກລົງ, ເອກະສານທີ່ບັນລຸໄດ້ໃນບັນດາການຢ້ຽມຢາມຂັ້ນສູງເມື່ອບໍ່ດົນມານີ້ ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂດີກ່ວາອີກເພື່ອໃຫ້ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ເສີມຂະຫຍາຍບົດບາດຂອງບັນດາສະມາຄົມມິດຕະພາບ ແລະ ກຸ່ມ ສ.ສ.ຊ ຢູ່ແຕ່ລະປະເທດ ”

    ສ່ວນ ທ່ານ ສະກົດ ຣີອານ ປະທານສະພາສູງອົດສະຕາລີ ຖືວ່າ ຫວຽດນາມແມ່ນບົດຮຽນທີ່ປະສົບຜົນສຳເລັດກ່ຽວກັບການເຕີບໂຕເສດຖະກິດ, ນີ້ແມ່ນຕົວພະຍານຫຼັກຖານໃຫ້ແກ່ເລື່ອງທີ່ບັນດາປະເທດໄດ້ນຳຊີວິດການເປັນຢູ່ອັນດີງາມໃຫ້ແກ່ປະຊາຊົນ ແລະ ສັງຄົມ. ອົດສະຕະລີຫວັງວ່າ ຫວຽດນາມສືບຕໍ່ຮັກສາລະດັບການເຕີບໂຕ; ລັດຖະບານ ແລະ ສະພາແຫ່ງຊາດ ອົດສະຕາລີ ຍາມໃດກໍຮຽງບ່າຮຽງໄຫຼ່ພ້ອມກັບຫວຽດນາມໃນການພັດທະນາເສດຖະກິດແບບຍືນຍົງ ແລະ ໝັ້ນໝາຍຊ່ວຍໜູນຫວຽດນາມພັດທະນາຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ